• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົບປະກັບເພື່ອນມິດສາກົນ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສະຖາປະນາປະເທດ ສສ.ຫວຽດນາມ

ເຂົ້າຮ່ວມເຫດການມີຜູ້ແທນສາກົນກວ່າ 100 ທ່ານ, ເຊິ່ງເປັນສ່ວນບຸກຄົນ, ອົງການຈັດຕັ້ງທີ່ມີການປະກອບສ່ວນຫຼາຍຢ່າງເຂົ້າໃນພາລະກິດຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດ.
(ທີ່ການພົບປະກັບເພື່ອນມິດສາກົນ)

ການພົບປະກັບເພື່ອນມິດສາກົນ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສະຖາປະນາປະເທດ ສສ.ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 02 ກັນຍາ, ຢູ່ ຮ່າໂນ້ຍ, ໂດຍສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ເປັນປະທານ, ສົມທົບກັບກະຊວງການຕ່າງປະເທດ ຫວຽດນາມ.

ເຂົ້າຮ່ວມເຫດການມີຜູ້ແທນສາກົນກວ່າ 100 ທ່ານ, ເຊິ່ງເປັນສ່ວນບຸກຄົນ, ອົງການຈັດຕັ້ງທີ່ມີການປະກອບສ່ວນຫຼາຍຢ່າງເຂົ້າໃນພາລະກິດຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດ ຫວຽດນາມ.

ກ່າວຄຳເຫັນທີ່ການພົບປະ, ທ່ານ ໂດ້ວັນຈຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ໄດ້ສົ່ງຄຳຕອບບຸນແທນຄຸນຢ່າງເລິກເຊິ່ງເຖິງເພື່ອນມິດສາກົນ ທີ່ໄດ້ສະໜັບສະໜູນພາລະກິດຕໍ່ສູ້, ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ ຫວຽດນາມ.

“ເພື່ອນມິດສາກົນໄດ້ຊ່ວຍກໍ່ສ້າງຫຼາຍກິດຈະກຳ, ໂຮງງານ, ໂຮງຮຽນ, ໂຮງໝໍ…, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພັດທະນາຂອງ ຫວຽດນາມ. ໃນນັ້ນ, ມີຜູ້ເຄີຍ “ຢູ່ສະໜາມຮົບກົງກັນຂ້າມ” ກໍ່ໄດ້ປະກອບສ່ວນເພື່ອພ້ອມກັບປະຊາຊົນ ຫວຽດນາມ ສ້າງຊີວິດໃໝ່”.

ທ່ານ ໂດ້ວັນຈຽນ ເນັ້ນໜັກວ່າ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ປາດຖະໜາຢາກສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ການສະໜັບສະໜູນ, ໜູນຊ່ວຍຢ່າງສຸດຈິດສຸດໃຈ, ມີປະສິດຜົນຂອງເພື່ອນມິດສາກົນໃນທຸກຂົງເຂດໃຫ້ຫຼາຍກວ່າເກົ່າ.

(ແຫຼ່ງຄັດຈາກ VOV)

ທ່ານປະທານປະເທດ ເລືອງເກື່ອງ ໄປ ປັກກິງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະ ຟາດຊິດ

ທ່ານປະທານປະເທດ ເລືອງເກື່ອງ ໄປ ປັກກິງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະ ຟາດຊິດ

ເລື່ອງທ່ານປະທານປະເທດ ເລືອງເກື່ອງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະ ຟາດຊິດ ຂອງປະຊາຊົນໂລກ ຢູ່ ຈີນ, ແມ່ນການຢືນຢັນຄວາມສະເໝີນຕົ້ນສະເໝີປາຍຂອງ ຫວຽດນາມ ໃນການຕັດສິນໃຈປົກປັກຮັກສາສັນຕິພາບຂອງມວນມະນຸດ, ຊຸກຍູ້ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ.

Top