80 ປີ ກ່ອນນີ້ ຫວຽດນາມ ໄດ້ຖະແຫຼງເອກະລາດ. ສິ່ງດັ່ງກ່າວບໍ່ພຽງແຕ່ສະແດງກຳລັງແຮງຂອງຊາດເທົ່ານັ້ນ ຫາກຍັງສະແດງນ້ຳໃຈເອກະລາດທີ່ສະຫງ່າອົງອາດ. ຈາກນັ້ນມາຮອດປັດຈຸບັນ, ຫວຽດນາມ ໄດ້ຮັບມີຊື່ສຽງດົງດັງໃນໂລກ ບໍ່ພຽງແຕ່ກ່ຽວກັບອະດີດຕະການທີ່ສະຫງ່າອົງອາດເທົ່ານັ້ນ, ຫາກນັບທັງການພັດທະນາຢ່າງວ່ອງໄວອີກດ້ວຍ.
ພິທີສະເຫຼີມສະຫຼອງວັນສະຖາປະນາປະເທດ ແຫ່ງ ສສ. ຫວຽດນາມ ຄົບຮອບ 80 ປີ ຢູ່ Abyei ມີການເຂົ້າຮ່ວມຂອງແຂກສາກົນຫຼາຍທ່ານ
ຕອນແລງວັນທີ 2 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ຄະນະຮັກສາສັນຕິພາບ ສປຊ ປະຈຳ Abyei (UNISFA), ກອງທະຫານຊ່າງແສງເລກ 3 ຂອງ ຫວຽດນາມ ພ້ອມກັບທິມງານຂອງກະຊວງປ້ອງກັນປະເທດ ແລະ ກະຊວງຕຳຫຼວດໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນສະຖາປະນາປະເທດ ແຫ່ງ ສສ. ຫວຽດນາມ (2/9/1945-2/9/2025) ຄົບຮອບ 80 ປີ ຂຶ້ນຢ່າງສົມກຽດ.
ເມື່ອກ່າວຄຳເຫັນທີ່ພິທີ, ທ່ານວ່າທີ່ນາຍພົນ Ameer Muhammad Umrani, ຮອງຫົວໜ້າກອງບັນຊາການກຳລັງທະຫານຮັກສາສັນຕິພາບ ສປຊ ປະຈຳ Abyei, ຖືວ່າ: 80 ປີ ກ່ອນນີ້ ຫວຽດນາມ ໄດ້ຖະແຫຼງເອກະລາດ. ສິ່ງດັ່ງກ່າວບໍ່ພຽງແຕ່ສະແດງກຳລັງແຮງຂອງຊາດເທົ່ານັ້ນ ຫາກຍັງສະແດງນ້ຳໃຈເອກະລາດທີ່ສະຫງ່າອົງອາດ. ຈາກນັ້ນມາຮອດປັດຈຸບັນ, ຫວຽດນາມ ໄດ້ຮັບມີຊື່ສຽງດົງດັງໃນໂລກ ບໍ່ພຽງແຕ່ກ່ຽວກັບອະດີດຕະການທີ່ສະຫງ່າອົງອາດເທົ່ານັ້ນ, ຫາກນັບທັງການພັດທະນາຢ່າງວ່ອງໄວອີກດ້ວຍ.
ໃນພິທີ, ບັນດາຜູ້ແທນໄດ້ຮັບຊົມບັນດາລາຍການສະແດງມວຍ, ບັນດາລາຍກາຍສະແດງສິລະປະ, ຮັບຊົມເຂດວາງສະແດງປຶ້ມ, ຊຸດອາພອນປະຈຳເຜົ່າ ແລະ ບັນດາຜະລິດຕະພັນຫັດຖະກຳໂດຍພະນັກງານກອງທະຫານຊ່າງແສງເລກ 3 ປະຕິບັດ.
(ແຫຼ່ງຄັດຈາກ VOV)