• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ໂຮ່​ຈີ​ມິນ: ຜູ້​ນຳ​ຍືນ​ຍົງ​ຄົງ​ຕົວ​ໃນ​ໃຈ​ຂອງ​ປະ​ຊາ​ຊົນ​ຕະຫຼອ​ດ​ໄປ

ຊຸມວັນນີ້ ຢູ່ ຫວຽດນາມ ພວມຈັດຕັ້ງການສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ, ເຊິ່ງແມ່ນເຫດການການເມືອງສຳຄັນ, ຂີດໝາຍປະຫວັດສາດໃນວິວັດການສ້າງສາ, ພັດທະນາ ປະເທດຊາດ. ໃນໂອກາດນີ້, ປະຊາຊົນ ຫວຽດນາມ ຍາມໃດກໍອາໄລຫາເຖິງປະທານໂຮ່ຈີມິນ, ຜູ້ນຳ ທີ່ຍິ່ງໃຫຍ່, ມີບົດບາດອັນໃຫຍ່ຫຼວງຕໍ່ພາລະກິດແຫ່ງການປົດປ່ອຍຊາດ. ຊີວິດຂອງເພິ່ນແມ່ນການເຕົ້າໂຮມສິ່ງຍອດຍິ່ງຂອງລັດທິຮັກຊາດຢ່າງແທ້ຈິງ, ແມ່ນແບບຢ່າງທີ່ດີກ່ຽວກັບຄຸນສົມບັດປະຕິວັດ, ຮັບໃຊ້ປະເທດຊາດ ແລະ ປະຊາຊົນໃນຕະຫຼອດຊີວິດ.
ພາບປະກອບ: VOV

ການປະຕິວັດເດືອນສິງຫາປະສົບຜົນສຳເລັດ,ໃນຊຸມວັນທຳອິດຍາດໄດ້ເອກະລາດ, ທ່ານປະທານໂຮ່ຈີມິນ ໄດ້ຮຽກຮ້ອງລັດຖະບານ ຕ້ອງປະຕິບັດ 4 ວຽກງານຢ່າງທັນທີນັ້ນແມ່ນ: ເຮັດໃຫ້ປະຊາຊົນມີຂອງກິນ, ປະຊາຊົນມີເຄື່ອງນຸ່ງ, ປະຊາຊົນມີບ່ອນຢູ່ອາໄສ ແລະ ປະຊາຊົນໄດ້ໄປໂຮງຮຽນ.

ຄວາມຜາສຸກຂອງປະຊາຊົນແມ່ນເປົ້າໝາຍສຳຄັນຂອງພາລະກິດປະຕິວັດ

ຄາວຍັງມີຊີວິດ, ປະທານໂຮ່ຈີມິນ ມີຄຳເວົ້າທີ່ມີຊື່ສຽງວ່າ: “ຂ້າພະເຈົ້າອຸທິດສ່ວນຕະຫຼອດຊີວິດຂອງຕົນໃຫ້ແກ່ຊາດຂອງ ຂ້າພະເຈົ້າ”. ນີ້ແມ່ນການສັງລວມຢ່າງເລິກເຊິ່ງທີ່ສຸດໃຫ້ແກ່ແນວຄິດຮັກຊາດຮັກປະຊາຊົນ ໃນຕະຫຼອດຊີວິດເຄື່ອນໄຫວການປະຕິວັດ, ຊີວິດອັນຍິ່ງໃຫຍ່ແຕ່ມີຄວາມໃກ້ສະໜິດສະໜົມ ແລະ ລຽບງ່າຍລະຫວ່າງ ປະຊາຊົນ ແລະ ເພິ່ນ.

ສຳລັບປະທ່ານ ໂຮ່ຈີມິນ ແລ້ວ, ການເບິ່ງແຍງດູແລຊີວິດການເປັນຢູ່, ຄວາມຜາສຸກຂອງປະຊາຊົນແມ່ນເປົ້າໝາຍສຳຄັນໃນພາລະກິດປະຕິວັດ. ທ່ານຮອງສາດສະດາຈານ, ປ.ອ ບິ່ງດິ່ງຝອງ, ຂຶ້ນກັບສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໃຫ້ຮູ້ວ່າ:

ພາຍຫຼັງ ພວກເຮົາມີອຳນາດການປົກຄອງປະຕິວັດ, ປະທານ ໂຮ່ຈີມິນ ໄດ້ຊີ້ນຳການຈັດຕັ້ງຕ້ານໄພໂງ່ຈ້າ, ໄພອຶດຫິວ, ສັດຕູຜູ້ຮຸກຮາມ. ນັ້ນແມ່ນສັດຕູ ຖ້າວ່າພວກເຮົາບໍ່ແກ້ໄຂຢ່າງເຖິງຖອງໄດ້ ພວກເຮົາບໍ່ສາມາດຍົກສູງຊີວິດການເປັນຢູ່ຂອງປະຊາຊົນໄດ້.

ແຕ່ລະວິນາທີ, ແຕ່ລະນາທີໃນຊີວິດຂອງ ປະທານ ໂຮ່ຈີມິນ ແມ່ນຄວາມເປັນຫ່ວງ ຕໍ່ຊີວິດຂອງປະຊາຊົນ. ທ່ານ ເຈິ່ນວຽດຮ່ວານ, ຜູ້ອາລັກຂາຂອງ ປະທານໂຮ່ຈີມິນ ໃຫ້ຮູ້ວ່າ:

ສຳລັບລຸງ, ປະຊາຊົນແມ່ນຄວາມເປັນຫ່ວງ ໃນການດຳລົງຊີວິດຂອງລຸງໃນທຸກໆວັນ. ເມື່ອກິນ, ນອນ ລຸງກໍ່ຄິດເຖິງປະຊາຊົນ. ປີ 1954, ພາຍຫຼັງການຕໍ່ຕ້ານໄດ້ຮັບໄຊຊະນະ, ລຸງ ໂຮ່ກັບເມືອຮ່າໂນ້ຍ, ພັກລັດ ໄດ້ເຊີນລຸງໂຮ່ ມາຢູ່ ແລະ ເຮັດວຽກຢູ່ ທຳນຽບປະທານປະເທດ, ແຕ່ລຸງເວົ້າວ່າ: ເຮືອນຫຼັງນີ້ ແມ່ນໝາກຜົນຂອງປະຊາຊົນ, ຂອງປະຊາຊົນ, ບໍ່ແມ່ນຂອງຂ້ອຍ.

ຍາມໃດກໍ່ຄຳນຶງເຖິງ ການດຳລົງຊີວິດຂອງປະຊາຊົນ ດັ່ງນັ້ນ ປະທານໂຮ່ຈີມິນ ໄດ້ຊີ້ນຳນະໂຍບາຍຂອງພັກ ແລະ ລັດ ຕ້ອງເບິ່ງແຍງດູແລຊີວິດຂອງປະຊາຊົນຢ່າງສຸດໃຈ. ປະທານ ໂຮຈີມິນ ກໍ່ສັ່ງສອນວ່າ ໄປຄຽງຄູ່ກັບການ ຟື້ນຟູ ແລະ ເປີດກວ້າງການພັດທະນາເສດຖະກິດ ພັກຕ້ອງມີຄວາມເອົາໃຈໃສ່ຕໍ່ການຂົນຂວາຍການສຶກສາທົ່ວປວງຊົນ ແລະ ອີງຕາມກຳລັງຍິ່ງໃຫຍ່ທີ່ສຸດຂອງປະຊາຊົນ ເພື່ອກໍ່ສ້າງ ແລະ ພັດທະນາປະເທດຊາດ. ທ່ານຮອງສາດສະດາຈານ, ປ.ອ ຫງວຽນງອກຈຸງ ອະດີດຫົວໜ້າພະແນກວັດທະນະທຳ, ສະຖາບັນສື່ມວນຊົນ ແລະໂຄສະນາ ໃຫ້ຮູ້ວ່າ:

ແນວຄິດໃກ້ຊິດກັບປະຊາຊົນຂອງລຸງ ເລີ່ມຕົ້ນແຕ່ເວລາ ເພິ່ນເຂົ້າຮ່ວມການປະຕິວັດຈົນຮອດບັ້ນປາຍຊີວິດ. ເພິ່ນຍາມໃດກໍ່ຖືວ່າ ປະຊາຊົນແມ່ນກຳລັງຫຼັກແຫຼ່ງໃນສັງຄົມ. ເພິ່ນຖືປະຊາຊົນຄືນ້ຳ, ນ້ຳອາດສາມາດຍູ້ເຮືອຂຶ້ນໜ້ານ້ຳແຕ່ກໍ່ສາມາດເຮັດໃຫ້ເຮືອຫຼົ້ມ. ເພິ່ນເຄີຍຢ້ຳເປັນຫຼາຍຄັ້ງ ໃນການໂອ້ລົມຕ່າງໆວ່າ: “ບັນຫາງ່າຍດາຍແນວໃດ ຖ້າບໍ່ມີປະຊາຊົນ ກໍ່ບໍ່ສາມາດເຮັດໄດ້ ແລະ ບັນຫາຍາກຄືແນວໃດຖ້າມີປະຊາຊົນ ກໍ່ສາມາດເຮັດໄດ້”. ຈາກບັນດາແນວຄວາມຄິດຄືດັງນັ້ນ, ໃນວິວັດການເຄື່ອນໄຫວປະຕິວັດ, ລຸງໂຮ່ ຍາມໃດກໍ່ເຊີດຊູແນວຄິດໃກ້ຊິດກັບປະຊາຊົນ, ຮັກແພງ ປະຊາຊົນ ແລະ ສຸດຈິດສຸດໃຈເພື່ອປະຊາຊົນ.

ຍືນຍົງຄົງຕົວໃນໃຈຂອງປະຊາຊົນຕະຫຼອດການ

ປະທານໂຮ່ຈີມິນ ຍາມໃດກໍ່ມີຄວາມຈິງໃຈ ແລະ ລຽບງ່າຍກັບປະຊາຊົນ, ນີ້ແມ່ນໜຶ່ງໃນບັນດາສິ່ງສ້າງນ້ຳໃຈຂອງປະຊາຊົນທຸກຊັ້ນຄົນ ສຳລັບເພິ່ນ, ສ້າງກຳລັງດຶງດູດ, ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ເພິ່ນ.

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ພິທີສວນສະໜາມກ້ອນກຳລັງ ເນື່ອງໃນໂອກາດ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ປະສົບຜົນສຳເລັດ (19/8/1945 - 19/8/2025) ແລະ ວັນຊາດ ປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (2/9/1945 - 2/9/2025), ວັນທີ 2 ກັນຍາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ໄດ້ເນັ້ນໜັກ ແນວຄິດເພື່ອປະຊາຊົນຂອງປະທານໂຮ່ຈີມິນ:

ປະເທດຊາດ ຫວຽດນາມຍືນຍົງຄົງຕົວຊົ່ວກາລະນານ, ປະເທດຊາດຫວຽດນາມ ສັນຕິພາບ, ປະຊາຊົນ ຫວຽດນາມ ວັດທະນາຖາວອນ, ພັດທະນາ. ປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ສະຫງ່າງາມ, ໝັ້ນຍືນ. ປະທານໂຮ່ຈີມິນ ຜູ້ຍິງໃຫຍ່ຍືນຍົງຄົງຕົວ ໃນພາລະກິດຂອງພວກເຮົາຕະຫຼອດໄປ. ກຽດອັນສະຫງ່າແມ່ນຂອງປະຊາຊົນຕະຫຼອດການ.

ພາຍຫຼັງການສ້າງຕັ້ງປະເທດມາເປັນເວລາ 80 ປີ, ປະທານໂຮ່ຈິມິນ ໄດ້ຈາກພວກເຮົາໄປແລ້ວ, ແຕ່ເພິ່ນບໍ່ມີວັນໃດ ຢູ່ຫ່າງໄກຈາກປະຊາຊົນ. ເພິ່ນຍາມໃດກໍ່ຢູ່ໃນບັນດາຄຸນຄ່າອະມະຕະ: ເອກະລາດ, ເສລີພາບ, ຄວາມຜາສຸກ. ເພິ່ນຢູ່ໃນນ້ຳໃຈຄວາມຮັກແພງຂອງພໍ່ແມ່ ປະຊາຊົນ, ໃນເຈດຈຳນົງອົງອາດກ້າແກ່ນ ໃນການປົກປັກຮັກສາດິນແດນແຫ່ງສັກກະລະບູຊາຂອງປະເທດຊາດ, ໃນຄວາມຄາດຫວັງບືນຕົວຂຶ້ນຊາດຂອງຊາດ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ທ່ານປະທານປະເທດ ເລືອງເກື່ອງ ໄປ ປັກກິງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະ ຟາດຊິດ

ທ່ານປະທານປະເທດ ເລືອງເກື່ອງ ໄປ ປັກກິງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະ ຟາດຊິດ

ເລື່ອງທ່ານປະທານປະເທດ ເລືອງເກື່ອງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະ ຟາດຊິດ ຂອງປະຊາຊົນໂລກ ຢູ່ ຈີນ, ແມ່ນການຢືນຢັນຄວາມສະເໝີນຕົ້ນສະເໝີປາຍຂອງ ຫວຽດນາມ ໃນການຕັດສິນໃຈປົກປັກຮັກສາສັນຕິພາບຂອງມວນມະນຸດ, ຊຸກຍູ້ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ.

Top