• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ດຳ​ລົງ​ຕຳ​ແໜ່ງ​ສຳ​ຄັນ​ຢູ່ ສະ​ມາ​ຄົມ​ຕຳຫຼວດ​ບັນ​ດາ​ປະ​ເທດ ອາ​ຊຽນ

ວັນທີ 11 ມັງກອນ, ຢູ່ສຳນັກງານຂອງຄະນະເລຂາສະມາຄົມຕຳຫຼວດບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ASEANAPOL), ກົວລາລຳເປີ, ມາເລເຊຍ ໄດ້ດຳເນີນພິທີມອບຮັບຕຳແໜ່ງ ຫົວໜ້າສູນຕຳຫຼວດ ແລະ ຫົວໜ້າແຜນການ ແລະ ໂຄງການ ຂອງ ASEANAPOL.
  ພິທີມອບຮັບຕຳແໜ່ງຫົວໜ້າສູນຕຳຫຼວດ ແລະ ຫົວໜ້າແຜນການ ແລະ ໂຄງການ ຂອງ ASEANAPOL (ພາບ: TTXVN)  

ນີ້ກໍເປັນຄັ້ງທຳອິດທີ່ນາຍ ແລະ ພົນຕຳຫຼວດຂອງກຳລັງຕໍາຫຼວດປະຊາຊົນ ຫວຽດນາມ ໄດ້ດຳລົງຕຳແໜ່ງສຳຄັນຂອງອົງການຈັດຕັ້ງຕຳຫຼວດສາກົນ ແລະ ພາກພື້ນ, ຕາມນັ້ນແລ້ວ ທ່ານພັນເອກ ຫງວຽນຫືວງອກ, ຮອງຫົວໜ້າຫ້ອງການ ອົງການຕຳຫຼວດສືບສວນກະຊວງຕຳຫຼວດ ຫວຽດນາມ ດຳລົງຕຳແໜ່ງຫົວໜ້າຮັບຜິດຊອບແຜນການ ແລະ ໂຄງການຂອງຄະນະເລຂາ ASEANAPOL. ທ່ານພັນເອກ ຫງວຽນຫືວງອກ ຢັ້ງຢັນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເຂົ້າໃນການຮ່ວມມືລວມຂອງກຳລັງຕຳຫຼວດບັນດາປະເທດ ອາຊຽນ, ຮັບປະກັນຄວາມປອດໄພ ແລະ ສັນຕິພາບ ກໍຄືຍົກສູງບົດບາດຂອງກຳລັງຕຳຫຼວດ ຫວຽດນາມ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ ໃນພາກພື້ນ ແລະ ຢູ່ເວທີສາກົນ.

 ASEANAPOL ໄດ້ສ້າງຕັ້ງຂຶ້ນເມື່ອປີ 1981, ໂດຍມີການເຂົ້າຮ່ວມຂອງກຳລັງຕຳຫຼວດ 10 ປະເທດສະມາຊິກ ອາຊຽນ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top