• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ແບ່ງ​ປັນ​ບົດ​ຮຽນ​ ​ກ່ຽວ​ກັບ​ບັນ​ດາ​ນະ​ໂຍ​ບາຍ​ພັດ​ທະ​ນາ​ສະ​ໄໝຫຼັງ​ Covid – 19

ວັນທີ 7 ພຶດສະພາ, ທ່ານ ຟ້າມແຊງເຈົາ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາທາງອອນລາຍ “ບັນດານະໂຍບາຍພັດທະນາສະໄໝຫຼັງ Covid - 19” ໂດຍຫ້ອງການອຸດສາຫະກຳບັນເທີງ ແລະ ສື່ສານສາກົນ (ICMEI) ຈັດຕັ້ງຂຶ້ນ.

ກອງປະຊຸມສຳມະນາທາງອອນລາຍ “ບັນດານະໂຍບາຍພັດທະນາສະໄໝຫຼັງ Covid - 19”

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຟ້າມແຊງເຈົາໄດ້ແບ່ງປັນບົດຮຽນປະສົບການຈຳນວນໜຶ່ງຂອງ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19. ທ່ານກໍ່ໃຫ້ຮູ້ວ່າ ຫວຽດນາມ ໄດ້ປະສົບຜົນສຳເລັດໃນ “ບັ້ນຕໍ່ສູ້ທຳອິດ” ກັບໂລກລະບາດ Covid – 19 ເມື່ອ ມີຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິກວມເອົາເກືອບ 90% ແລະ ບໍ່ມີໃຜເສຍຊີວິດ. ເພື່ອບັນລຸໄດ້ໝາກຜົນດັ່ງກ່າວ, ລັດຖະບານ ແລະ ປະຊາຊົນ ຫວຽດນາມໄດ້ຮ່ວມແຮງຮ່ວມໃຈກັນປະຕິບັດບັນດາມາດຕະການຈຳກັດບໍລິເວນ, ຮັກສາໄລຍະຫ່າງ, ແຍກຕົວເພື່ອແນໃສ່ສະກັດກັ້ນໂລກລະບາດ. ທ່ານ ຟ້າມແຊງເຈົາກໍ່ປະກາດວ່າ ໃນວັນທີ 9 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຈະມີການເຮັດວຽກໂດຍກົງກັບວິສາຫະກິດ ເພື່ອແກ້ໄຂຄວາມຫຍຸ້ງຍາກ ແລະ ສົ່ງເສີມວິສາຫະກິດ. ຕາມການຄາດຄະເນຂອງ ທະນາຄານໂລກ (WB) ພ້ອມກັບຈີນ ແລະ ອິນເດຍ, ຫວຽດນາມ ຈະແມ່ນໜຶ່ງໃນບັນດາປະເທດທີ່ມີການຟື້ນຟູຢ່າງແຮງພາຍຫຼັງໂລກລະບາດ Covid – 19.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top