• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ​ຖືການ​ຮ່ວມ​ມື, ມິດຕະພາບ, ທີ່​ມູນ​ເຊື້ອ​ກັບ Mozambique ເປັນ​ສຳຄັນ​ພິ​ເສດ

ທ່ານປະທານສະພາແຫ່ງຊາດຫວຽດນາມນາມ ເວືອງດິ່ງເຫ້ວ ເຊື່ອໝັ້ນວ່າ ການຢ້ຽມຢາມຈະໄດ້ຮັບຜົນສຳເລັດອັນຈົບງາມ; ປະກອບຢ່າງສ່ວນແທດຈິງ, ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດ; ນຳພາການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.
  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານນາງປະທານສະພາແຫ່ງຊາດ Mozambique Esperanca Laurinda Francisco Nhiuane Bias (ພາບ: TTXVN)  

 ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ, ທ່ານນາງປະທານສະພາແຫ່ງຊາດ Mozambican Esperanca Laurinda Francisco Nhiuane Bias ໄດ້ໄປຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 18 – 23 ມິຖຸນາ, ພິທີຕ້ອນຮັບທ່ານນາງປະທານສະພາແຫ່ງຊາດ Esperanca Laurinda Francisco Nhiuane Bias ໄດ້ດຳເນີນຢ່າງສົມກ່ຽດ ຕອນເຊົ້າວັນທີ 20 ມິຖຸນາ ຢູ່ຮ່າໂນ້ຍ ໂດຍມີການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີ່ງເຫ້ວ. ພາຍຫຼັງພິທີຕ້ອນຮັບ, ປະທານສະພາແຫ່ງຊາດສອງປະເທດໄດ້ດຳເນີນການພົບປະເຈລະຈາ.

ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ເຊື່ອໝັ້ນວ່າ ການຢ້ຽມຢາມຈະໄດ້ຮັບຜົນສຳເລັດອັນຈົບງາມ; ປະກອບຢ່າງສ່ວນແທດຈິງ, ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດ; ນຳການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ. ຫວຽດນາມ ຖືການຮ່ວມມື, ມິດຕະພາບ, ທີ່ເປັນມູນເຊື້ອກັນ Mozambican ເປັນສຳຄັນພິເສດກຳນົດວ່າ Mozambican ແມ່ນໜຶ່ງໃນ 5 ປະເທດໃນທາວີບອາຟຼິກກາ ທີ່ຕ້ອງໃຫ້ບຸລິມະສິດຊຸກຍູ້ການພົວພັນດ້ານການເມືອງ - ການທູດ ແລະ ການຮ່ວມມືດ້ານເສດຖະກິດໃນໄລຍະປະຈຸບັນ.

ສ່ວນທ່ານນາງປະທານສະພາແຫ່ງຊາດ Esperanca Laurinda Francisco Nhiuane Bias ສະແດງຄວາມຂອບໃຈລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໃຫ້ການສະຫງວນໃຫ້ແກ່ Mozambique. ຕາມທ່ານປະທານສະພາແຫ່ງຊາດ Esperanca Laurinda Francisco Nhiuane Bias ແລ້ວ, ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງນີ້ບໍ່ພຽງແຕ່ໄດ້ປັບປຸງການພົວພັນລະຫວ່າງສະພາແຫ່ງຊາດ 2 ປະເທດເທົ່ານັ້ນ ຫາກຍັງໄດ້ຊຸກຍູ້ການພົວພັນດ້ານເສດຖະກິດຂອງ 2 ປະເທດອີກດ້ວຍ.

ພາຍຫຼັງການພົບປະເຈລະຈາ, ທ່ານປະທານສະພາສອງປະເທດ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈລະຫວ່າງສອງສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດ Mozambique.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍູ້ແຮງການເຊື່ອມຕໍ່ເສດຖະກິດ

ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍູ້ແຮງການເຊື່ອມຕໍ່ເສດຖະກິດ

ຕອນເຊົ້າວັນທີ 21 ມີນາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ Prak Sokhonn ເປັນປະທານຮ່ວມກອງປະຊຸມຄັ້ງທີ 20 ຂອງຄະນະກຳມະການປະສົມ ຫວຽດນາມ - ກຳປູເຈຍ ກ່ຽວກັບການຮ່ວມມືດ້ານເສດຖະກິດ...

Top