• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ອາເມລິກາ ສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ

      ກອງປະຊຸມຄັ້ງທີ 10 ຂອງຄະນະກຳມະການປະສົມກ່ຽວກັບການຮ່ວມມືວິທະຍາສາດ ແລະ ເຕັກໂນໂລຊີລະຫວ່າງ ຫວຽດນາມ ແລະ ອາເມລິກາ (JCM 10) ໄດ້ດຳເນີນແຕ່ວັນທີ 15 – 17 ຕຸລາ ຢູ່ນະຄອນຫລວງ ວໍຊິງຕັນ ປະເທດ ອາເມລິກາ.

ທ່ານ ບູຍເທ໊ຢຸຍ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ
      ກອງປະຊຸມຄັ້ງນີ້ດ້ວຍຈຸດປະສົງແມ່ນຊຸກຍູ້ບັນດາການຮ່ວມມືກ່ຽວກັບວິທະຍາສາດ - ເຕັກໂນໂລຊີ ແລະ ປ່ຽນແປງໃໝ່ຫົວຄິດປະດິດສ້າງລະຫວ່າງ 2 ປະເທດ, ພິເສດແມ່ນຊຸກຍູ້ການຮ່ວມມືລະຫວ່າງບັນດາສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລຂອງ ຫວຽດນາມ ແລະ ອາເມລິກາ, ກໍ່ຄືຊຸກຍູ້ການພົວພັນລະຫວ່າງສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ແລະ ວິສາຫະກິດຂອງ 2 ປະເທດ. ກ່າວຄຳເຫັນທີ່ກອງປະຊຸມຢ່າງເປັນທາງການ, ທ່ານ ບູຍເທ໊ຢຸຍ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໃຫ້ຮູ້ວ່າ:
        ການຮ່ວມມືກ່ຽວກັບວິທະຍາສາດ - ເຕັກໂນໂລຊີ ແລະ ປ່ຽນແປງໃໝ່ຫົວຄິດປະດິດສ້າງລະຫວ່າງ 2 ປະເທດໃນຫລາຍປີຜ່ານມາ, ບັນດານັກວິທະຍາສາດຂອງ 2 ປະເທດໄດ້ມີໜ້າທີ່ຄົ້ນຄ້ວາລວມຫລາຍຢ່າງໃນຂົງເຂດຕ່າງໆ. ສຳລັບກອງປະຊຸມຄັ້ງນີ້, ພວກຂ້າພະເຈົ້າປາດຖະໜາຢາກຊຸກຍູ້ການຮ່ວມມືນັ້ນ ຂຶ້ນສູ່ລະດັບສູງໃໝ່, ພິເສດແມ່ນເນັ້ນໜັກເຖິງ ການຮ່ວມມືຄົ້ນຄວ້າຕ້ອງບັນລຸໄດ້ໝາກຜົນ ເພື່ອນຳເຂົ້າໃນການພັດທະນາ ກາຍເປັນຜະລິດຕະພັນຂອງບັນດາວິສາຫະກິດ ກໍ່ຄືຊຸກຍູ້ການພັດທະນາຂອງບັນດາວິສາຫະກິດ startup, ປ່ຽນແປງໃໝ່ຫົວຄິດປະດິດສ້າງ, ດຶງດູດຄວາມສົນໃຈຈາກບັນດາກອງທຶນຂອງ ອາເມລິກາ, ບັນດານັກຊ່ຽວຊານແຖວໜ້າຂອງ ອາເມລິກາ ເພື່ອສົມທົບກັບບັນດານັກຊ່ຽວຊານຢູ່ພາຍໃນປະເທດ  ສ້າງຕັ້ງບັນດາວິສາຫະກິດ startup, ປ່ຽນແປງໃໝ່ຫົວຄິດປະດິດສ້າງຢູ່ ຫວຽດນາມ ໃຫ້ຫລາຍກ່ວາອີກ.
 (ແຫຼ່ງຄັດຈາກ VOV)

ຄົນ​ທຸກ​ຍາກ​ເກືອບ 900 ລ້ານ​ຄົນ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ຄົນ​ທຸກ​ຍາກ​ເກືອບ 900 ລ້ານ​ຄົນ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ບົດລາຍງານເນັ້ນໜັກວ່າ: ເພື່ອຮັບມືກັບສະພາບການຄວາມສຽງສະຫຼັບກັນ, ຕ້ອງໃຫ້ບຸລິມະສິດທັງມະນຸດ ແລະ ໜ່ວຍໂລກ, ກ່ອນອື່ນໝົດຕ້ອງມີການຫັນປ່ຽນ ຈາກຄວາມຮັບຮູ້ ກາຍເປັນການກະທຳໂດຍໄວ.

Top