• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ກຸຍບາ ເພີ່ມທະວີການຮ່ວມມືໃນຂົງເຂດພິມຈຳໜ່າຍປື້ມ

ທີ່ການເຮັດວຽກ, 2 ຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຍູ້ແຮງການຮ່ວມມື ແລະ ແລກປ່ຽນບົດຮຽນໃນການພິມຈຳໜ່າຍ ແລະ ເຕັກນິກດີຈີຕອນ
ທີ່ການເຮັດວຽກ (ພາບ: TTXVN)

ແຕ່ວັນທີ 09 – 21 ກຸມພາ, ຄະນະພະນັກງານກົມພິມຈຳໜ່າຍ, ການພິມ ແລະ ຈຳໜ່າຍປື້ມ ຂຶ້ນກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໂດຍທ່ານ ດິງຕຽນຢຸງ, ຮອງຫົວໜ້າກົມ ໄດ້ນຳໜ້າ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ກຸຍບາ ເພື່ອອັບເດັດບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມື ແລະ ມອບປື້ມໃຫ້ແກ່ສະຖາບັນປື້ມ ກຸຍບາ.

        ທີ່ການເຮັດວຽກ, 2 ຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຍູ້ແຮງການຮ່ວມມື ແລະ ແລກປ່ຽນບົດຮຽນໃນການພິມຈຳໜ່າຍ ແລະ ເຕັກນິກດີຈີຕອນ, ຜ່ານນັ້ນ ໂຄສະນາວັດທະນະທຳຂອງແຕ່ລະປະເທດເຖິງຜູ້ອ່ານ ຫວຽດນາມ, ກຸຍບາ ແລະ ສາກົນ. ເນື່ອງໃນໂອກາດນີ້, ຄະນະໄດ້ມອບໃຫ້ສະຫະພັນນັກວັນນະຄະດີ ແລະ ສິລະປະ ກຸຍບາ ບັນດາປື້ມລ້ຳຄ່າ, ຄື: ຊຸດປື້ມເລື່ອງພາບກ່ຽວກັບຊີວິດ ແລະ ພາລະກິດຂອງປະທານ Phidel Castro; ປື້ມ “ສອງຊາດ, ປະຫວັດສາດດຽວ” ດ້ວຍພາສາ ແອັດສະປາຍ ໂດຍບັນດາສຳນັກພິມຈຳໜ່າຍຂອງ ຫວຽດນາມ ພິມຈຳໜ່າຍ.  ນີ້ແມ່ນບັນດາປື້ມຫົວທຳອິດໃນຈຳນວນປື້ມ 12 ຫົວເຊິ່ງ ຫວຽດນາມ ຈະພິມຈຳໜ່າຍມອບໃຫ້ ກຸຍບາ ຕາມການສະເໜີຂອງສະຖານທູດ ກຸຍບາ ປະຈຳ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ພົບ​ປະ​ກັບ​ນັກ​ວັດ​ທະ​ນະ​ທຳ, ປັນ​ຍາ​ຊົນ, ນັກ​ສິ​ລະ​ປິນ, ນັກ​ຂ່າວ​ດີ​ເດັ່ນ​ເນື່ອງ​ໃນ​ໂອ​ກາດ​ລະ​ດູ​ບານ​ໃໝ່​ປີ​ມະ​ເມຍ

ນາ​ຍົກ​ລັດ​ຖະ​ມົນ​ຕີ ພົບ​ປະ​ກັບ​ນັກ​ວັດ​ທະ​ນະ​ທຳ, ປັນ​ຍາ​ຊົນ, ນັກ​ສິ​ລະ​ປິນ, ນັກ​ຂ່າວ​ດີ​ເດັ່ນ​ເນື່ອງ​ໃນ​ໂອ​ກາດ​ລະ​ດູ​ບານ​ໃໝ່​ປີ​ມະ​ເມຍ

ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສືບຕໍ່ແກ້ໄຂຈຸດອຸດຕັນກ່ຽວກັບລະບອບລະບຽບການ, ເອົາໃຈໃສ່, ເບິ່ງແຍງດູແລ, ສ້າງກົນໄກນະໂຍບາຍ, ຍົກສູງຄວາມຮູ້ປະຊາຊົນ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຜູ້ມີຄວາມເກັ່ງກ້າສາມາດ.

Top