ບຸນປີໃໝ່ Luna ຄັ້ງທຳອິດຢູ່ອິນໂດເນເຊຍ ໄດ້ດຳເນີນແຕ່ວັນທີ 17 ກຸມພາ ຫາວັນທີ 3 ມີນາ ປີ 2026 ດ້ວຍຄຳຄວັນທີ່ວ່າ “Harmoni Nusantara” (ຄວາມກົມກຽວ Nusantara).
ອິນໂດເນເຊຍ ຈັດບຸນປີໃໝ່ Luna ຄັ້ງທຳອິດ ພ້ອມກັບເທດສະການເດືອນ Ramadan (ພາບ: VOV)
ວັນທີ 22 ກຸມພາ, ເປັນຄັ້ງທຳອິດ ລັດຖະບານ ອິນໂດເນເຊຍ ຈັດບຸນປີໃໝ່ Luna ເຊິ່ງໄດ້ສ່ອງແສງໃຫ້ເຫັນຈິດໃຈສາມັກຄີໃນຫຼາຍຮູບແບບ (Bhinneka Tunggal Ika) ທີ່ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ຈາກາຕາ. ໂດຍໄດ້ດຳເນີນກົງກັບເວລາເດືອນ ຂອງຊາວອິດສະລາມ, ລັດຖະບານ ອິນໂດເນເຊຍ ຢາກຊຸກຍູ້ , ໂອບອ້ອມອາລີ, ວັດທະນະທຳທີ່ເປັນຫຼາຍຮູບຫຼາຍສີ ແລະ ຄວາມກົມກຽວລະຫວ່າງບັນດາສາສະໜາ.
ບຸນປີໃໝ່ Luna ຄັ້ງທຳອິດຢູ່ອິນໂດເນເຊຍ ໄດ້ດຳເນີນແຕ່ວັນທີ 17 ກຸມພາ ຫາວັນທີ 3 ມີນາ ປີ 2026 ດ້ວຍຄຳຄວັນທີ່ວ່າ “Harmoni Nusantara” (ຄວາມກົມກຽວ Nusantara). ຍ້ອນວ່າບຸນປີໃໝ່ Luna ໄດ້ຈັດຂຶ້ນກົງກັບເທດສະການເດືອນ Ramadan ດັ່ງນັ້ນວັນບຸນໄດ້ສ້າງສະຖານທີ່ພົບປະແລກປ່ຽນລະຫວ່າງບັນດາວົງຄະນະຍາດຂອງສາສະໜາຕ່າງໆ. ນອກຈາກເຫດການໃໝ່ຢູ່ນະຄອນຫຼວງ ຈາກາຕາ, ບຸນປີໃໝ່ Luna 2026 ກໍ່ໄດ້ຈັດຂຶ້ນຢູ່ຫຼາຍນະຄອນອື່ນໆຢູ່ອິນໂດເນເຊຍອີກດ້ວຍ.
(ແຫຼ່ງຄັດຈາກ VOV)