• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ: ນຳ​ສະຖາ​ບັນ​ບັນ​ດິດ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ​ກາຍ​ເປັນ​ອົງ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ​ແຖວ​ໜ້າ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ທ່ານນາຍົກລັດຖະມົນຕີ ຖືວ່າວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ ແມ່ນທ່າອ່ຽງຕ້ອງເປັນໄປ, ແມ່ນຂໍ້ກຸນແຈເປີດປະຕູການພັດທະນາບຸກທະລຸ ແລະ ກຳລັງໜູນສຳຄັນພັດທະນາເສດຖະກິດໂດຍໄວ, ຍືນຍົງ ຂອງບັນດາປະເທດ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ ການພົບປະ (ພາບ: VOV )

ຕອນເຊົ້າວັນທີ 23 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງຢ້ຽມຢາມ, ເຮັດວຽກ ແລະ ມອບຫຼຽນກາແຮງງານຊັ້ນໜຶ່ງໃຫ້ແກ່ສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຍົກຄວາມຮຽກຮ້ອງຕ້ອງການຮອດປີ 2030 ນຳສະຖາບັນບັນດິດວິທະຍາສາດເຕັກໂນໂລຢີຫວຽດນາມ ກາຍເປັນອົງການຄົ້ນຄ້ວາວິທະຍາສາດ ເຕັກໂນໂລຢີແຖວໜ້າໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

ທ່ານນາຍົກລັດຖະມົນຕີ ຖືວ່າວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ ແມ່ນທ່າອ່ຽງຕ້ອງເປັນໄປ, ແມ່ນຂໍ້ກຸນແຈເປີດປະຕູການພັດທະນາບຸກທະລຸ ແລະ ກຳລັງໜູນສຳຄັນພັດທະນາເສດຖະກິດໂດຍໄວ, ຍືນຍົງ ຂອງບັນດາປະເທດ. ທ່ານໃຫ້ຮູ້ວ່າ:

ສະຖາບັນບັນດິດວິທະຍາສາດ ເຕັກໂນໂລຢີ ຫວຽດນາມ ຄວນພັດທະນາຢ່າງບຸກທະລຸ, ຢັ້ງຢືນບົດບາດສູນວິທະຍາສາດເຕັກໂນໂລຢີແຖວໜ້າ ຫວຽດນາມ, ຄ່ອຍໆທຽບເທົ່າກັບບັນດາປະເທດກ້າວໜ້າໃນພາກພື້ນ ແລະ ໂລກເທື່ອລະກ້າວ. ຕາມນັ້ນແລ້ວ, ຂ້າພະເຈົ້າສະເໜີທິດນຳທີ່ວ່າ: ພູມປັນຍາຢອດຢ້ຽມ - ເປັນເຈົ້າເຕັກໂນໂລຢີ - ການຫັນປ່ຽນຢ່າງແຮງ - ຕິດແທດສະພາບການ - ສ້າງສັນອະນາຄົດ.

(ແຫຼ່ງຄັດຈາກ VOV)

ງານບຸນແຂ່ງຂັນແຕ້ມໃສ່ໂຕຄວາຍເປັນເອກະລັກສະເພາະທີ່ງານບຸນລົງນາ ດ້ອຍເຊີນ

ງານບຸນແຂ່ງຂັນແຕ້ມໃສ່ໂຕຄວາຍເປັນເອກະລັກສະເພາະທີ່ງານບຸນລົງນາ ດ້ອຍເຊີນ

ເຂົ້າຮ່ວມງານບຸນນີ້ມີນັກແຕ້ມ 15 ຄົນ ເປັນສະມາຊິກສະມາຄົມວັນນະຄະດີສິລະປະແຂວງ ນິງບິ່ງ.

Top