• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ພົບ​ປະ​ກັບ​ນັກ​ວັດ​ທະ​ນະ​ທຳ, ປັນ​ຍາ​ຊົນ, ນັກ​ສິ​ລະ​ປິນ, ນັກ​ຂ່າວ​ດີ​ເດັ່ນ​ເນື່ອງ​ໃນ​ໂອ​ກາດ​ລະ​ດູ​ບານ​ໃໝ່​ປີ​ມະ​ເມຍ

ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສືບຕໍ່ແກ້ໄຂຈຸດອຸດຕັນກ່ຽວກັບລະບອບລະບຽບການ, ເອົາໃຈໃສ່, ເບິ່ງແຍງດູແລ, ສ້າງກົນໄກນະໂຍບາຍ, ຍົກສູງຄວາມຮູ້ປະຊາຊົນ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຜູ້ມີຄວາມເກັ່ງກ້າສາມາດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການພົບປະ (ພາບ: VOV)
ຕອນບ່າຍວັນທີ 23 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປພົບປະ, ອວຍພອນບຸນເຕັດ ບັນດານັກວັດທະນະທຳ, ປັນຍາຊົນ, ນັກສິລະປິນ, ນັກຂ່າວ, ນັກກິລາ, ຄູຝືກ, ຜູ້ຕາງໜ້າບັນດາວິສາຫະກິດ ວັດທະນະທຳການທ່ອງທ່ຽວ, ນັກທຸລະກິດດີເດັ່ນໃນຂົງເຂດວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ. ທ່ານນາຍົກລັດຖະມົນຕີ ສະເໜີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສືບຕໍ່ແກ້ໄຂຈຸດອຸດຕັນກ່ຽວກັບລະບອບລະບຽບການ, ເອົາໃຈໃສ່, ເບິ່ງແຍງດູແລ, ສ້າງກົນໄກນະໂຍບາຍ, ຍົກສູງຄວາມຮູ້ປະຊາຊົນ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຜູ້ມີຄວາມເກັ່ງກ້າສາມາດ, ສຸມໃສ່ຜັນຂະຫຍາຍໂຄງການເປົ້າໝາຍແຫ່ງຊາດກ່ຽວກັບວັດທະນະທຳ ໄລຍະ 2025 – 2035. ຜັນຂະຫຍາຍໜ້າທີ່ຈຸດສຸມຈຳນວນໜຶ່ງທີ່ມີລັກສະນະ ນຳພາ, ເປີດທາງເພື່ອສ້າງກຳລັງແຜ່ກະຈາຍ, ປະຕິບັດບັນດາຍຸດທະສາດພັດທະນາ ຂະແໜງວັດທະນະທຳ, ການບັນເທີງຢ່າງມີປະສິດທິຜົນ, ສ້າງພື້ນຖານໂຄງລ່າງວັດທະນະທຳໃຫ້ສົມບູນແບບ, ບຸລິມະສິດບັນດາລະບອບລະບຽບການວັດທະນະທຳລະດັບຊາດ, ບືນຕົວຂຶ້ນລະດັບສາກົນ ເທື່ອລະກ້າວ.

(ແຫຼ່ງຄັດຈາກ VOV)

ອິນ​ໂດ​ເນ​ເຊຍ ຈັດ​ບຸນ​ປີ​ໃໝ່ Luna ​ຄັ້ງ​ທຳ​ອິດ ພ້ອມ​ກັບ​ເທ​ດສະ​ການເດືອນ Ramadan

ອິນ​ໂດ​ເນ​ເຊຍ ຈັດ​ບຸນ​ປີ​ໃໝ່ Luna ​ຄັ້ງ​ທຳ​ອິດ ພ້ອມ​ກັບ​ເທ​ດສະ​ການເດືອນ Ramadan

ບຸນປີໃໝ່ Luna ຄັ້ງທຳອິດຢູ່ອິນໂດເນເຊຍ ໄດ້ດຳເນີນແຕ່ວັນທີ 17 ກຸມພາ ຫາວັນທີ 3 ມີນາ ປີ 2026 ດ້ວຍຄຳຄວັນທີ່ວ່າ “Harmoni Nusantara” (ຄວາມກົມກຽວ Nusantara).

Top