ຂ່າວສານ

ຫວຽດນາມ ແລະ ກຸຍບາ ເພີ່ມທະວີການຮ່ວມມືໃນຂົງເຂດພິມຈຳໜ່າຍປື້ມ

ທີ່ການເຮັດວຽກ, 2 ຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຍູ້ແຮງການຮ່ວມມື ແລະ ແລກປ່ຽນບົດຮຽນໃນການພິມຈຳໜ່າຍ ແລະ ເຕັກນິກດີຈີຕອນ
ທີ່ການເຮັດວຽກ (ພາບ: TTXVN)

ແຕ່ວັນທີ 09 – 21 ກຸມພາ, ຄະນະພະນັກງານກົມພິມຈຳໜ່າຍ, ການພິມ ແລະ ຈຳໜ່າຍປື້ມ ຂຶ້ນກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໂດຍທ່ານ ດິງຕຽນຢຸງ, ຮອງຫົວໜ້າກົມ ໄດ້ນຳໜ້າ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ກຸຍບາ ເພື່ອອັບເດັດບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມື ແລະ ມອບປື້ມໃຫ້ແກ່ສະຖາບັນປື້ມ ກຸຍບາ.

        ທີ່ການເຮັດວຽກ, 2 ຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຍູ້ແຮງການຮ່ວມມື ແລະ ແລກປ່ຽນບົດຮຽນໃນການພິມຈຳໜ່າຍ ແລະ ເຕັກນິກດີຈີຕອນ, ຜ່ານນັ້ນ ໂຄສະນາວັດທະນະທຳຂອງແຕ່ລະປະເທດເຖິງຜູ້ອ່ານ ຫວຽດນາມ, ກຸຍບາ ແລະ ສາກົນ. ເນື່ອງໃນໂອກາດນີ້, ຄະນະໄດ້ມອບໃຫ້ສະຫະພັນນັກວັນນະຄະດີ ແລະ ສິລະປະ ກຸຍບາ ບັນດາປື້ມລ້ຳຄ່າ, ຄື: ຊຸດປື້ມເລື່ອງພາບກ່ຽວກັບຊີວິດ ແລະ ພາລະກິດຂອງປະທານ Phidel Castro; ປື້ມ “ສອງຊາດ, ປະຫວັດສາດດຽວ” ດ້ວຍພາສາ ແອັດສະປາຍ ໂດຍບັນດາສຳນັກພິມຈຳໜ່າຍຂອງ ຫວຽດນາມ ພິມຈຳໜ່າຍ.  ນີ້ແມ່ນບັນດາປື້ມຫົວທຳອິດໃນຈຳນວນປື້ມ 12 ຫົວເຊິ່ງ ຫວຽດນາມ ຈະພິມຈຳໜ່າຍມອບໃຫ້ ກຸຍບາ ຕາມການສະເໜີຂອງສະຖານທູດ ກຸຍບາ ປະຈຳ ຫວຽດນາມ.


top