ຂ່າວສານ
ຫວຽດນາມ ແມ່ນປະເທດພິສູດຢ່າງມີຊີວິດຊີວາໃຫ້ແກ່ເສັ້ນທາງສັນຕິພາບ, ການພັດທະນາ ແລະ ແມ່ນ “ເສົາຄ້ຳຂອງລັດທິຫຼາຍຝ່າຍ”
ຕອນຄ່ຳວັນທີ 24 ຕຸລາ, ຢູ່ສູນກອງປະຊຸມສາກົນ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເປັນປະທານງານລ້ຽງຕ້ອນຮັບ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ António Guterres ພ້ອມກັບຄະນະຜູ້ແທນຂັ້ນສູງສະຫະປະຊາຊາດ ທີ່ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີລົງນາມສົນທິສັນຍາອົງການສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ, ແຕ່ວັນທີ 25 – 26 ຕຸລາ.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັກວ່າ ຫວຽດນາມ ໄດ້ ແລະ ພວມແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບ, ຍາມໃດກໍ່ຮ່ວມເດີນທາງພ້ອມກັບສະຫະປະຊາຊາດ.
“ພວກຂ້າພະເຈົ້າຍາມໃດກໍ່ຈົດຈຳ, ເຄົາລົບການໜູນຊ່ວຍທີ່ລ້ຳຄ່າເຊິ່ງສະຫະປະຊາຊາດສະຫງວນໃຫ້ແກ່ ຫວຽດນາມ ເພື່ອຮຳບາດແຜສົງຄາມ, ເພື່ອສ້າງສາ ແລະ ພັດທະນາປະເທດຊາດ. ໂດຍຈາກສະຫະປະຊາຊາດ, ຫວຽດນາມ ໄດ້ອອກໄປສູ່ໂລກ, ເພື່ອຮ່ວມມືພັດທະນາ ແລະ ເຊື່ອມໂຍງ, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມ ເພື່ອສັນຕິພາບ, ການພັດທະນາ ແລະ ຄວາມກ້າວໜ້າ”.
ສ່ວນທ່ານເລຂາທິການໃຫຍ່ António Guterres ຕີລາຄາສູງບັນດາການປະກອບສ່ວນຂອງ ຫວຽດນາມ ໃນການຮັກສາສັນຕິພາບຂອງສະຫະປະຊາຊາດ, ຖື ຫວຽດນາມແມ່ນສິ່ງພິສູດຢ່າງມີຊີວິດຊີວາໃຫ້ແກ່ເສັ້ນທາງສັນຕິພາບ, ການພັດທະນາ ແລະ ແມ່ນ “ເສົາຄ້ຳຂອງລັດທິຫຼາຍຝ່າຍ”.







