ໃນການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຢັ້ງຢືນວ່າ ຫວຽດນາມຖືເປັນສຳຄັນສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຢຍລະມັນ; ສະເໜີສອງຝ່າຍສືບຕໍ່ເປີດກວ້າງການຮ່ວມມືຢ່າງຮອບດ້ານ ແລະ ຫັນຄວາມຕັດສິນການກະທຳເປັນລະອຽດ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ໂດຍສະເພາະແມ່ນ ຂັ້ນສູງ ແລະ ໃນທຸກໆຊ່ອງທາງ; ເສີມຂະຫຍາຍປະສິດທິຜົນບັນດາກົນໄກການຮ່ວມມື ທີ່ມີຢູ່ແລ້ວ, ຜ່ານນັ້ນສ້າງພື້ນຖານສະດວກເພື່ອເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ ຕ່າງຝ່າຍຕ່າງມີຄວາມສົນໃຈ
ກ່ຽວກັບການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ສະເໜີສອງຝ່າຍສ້າງບາດກ້າວບຸກທະລຸໃໝ່, ສົມກັບຄວາມສາມາດບົ່ມຊ້ອນ ແລະ ລະດັບສາຍພົວພັນ, ມຸ່ງໄປຫາການນຳເອົາວົງເງິນການຄ້າສອງຝ່າຍບັນລຸ 20 ຕື້ USDໂດຍໄວ; ຊຸກຍູ້ວິສາຫະກິດເຢຍລະມັນ ເປີດກວາງການລົງທຶນເຂົ້າໃນບັນດາ ຂົງເຂດ ທີ່ມີທ່າແຮງ, ຄື: ກົນຈັກ, ອຸດສາຫະກຳລົດໂອໂຕ, ສາທາລະນະສຸກ ແລະ ການຫັນປ່ຽນ ພະລັງງານ… ເພີ່ມທະວີການເຊື່ອມໂຍງຕະຫຼາດການເງິນ ແລະ ຕະຫຼາດຫຼັກຊັບ ລະຫວ່າງ ສອງປະເທດ.
ສ່ວນທ່ານນາຍົກລັດຖະມົນຕີ Friedrich Merz ຢັ້ງຢືນວ່າສາຍພົວພັນ ຫວຽດນາມ - ເຢຍລະມັນ ກຳລັງພັດທະນາຢ່າງດີງາມ ແລະ ມີພື້ນຖານ, ຄວາມສາມາດຢ່າງພຽງພໍເພື່ອ ໄດ້ຮັບການຍົກຂຶ້ນລະດັບສູງໃໝ່.






