ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ແມ່ນໜຶ່ງ ໃນຈຳນວນບັນດາອົງການວິຊາສະເພາະສຳຄັນອັນດັບໜຶ່ງຂອງ ສປຊ. UNESCO ໄດ້ກຳນົດເປົ້າໝາຍອັນສູງສົ່ງຂອງອົງການ ແມ່ນຜ່ານການຮ່ວມມືລະຫວ່າງບັນດາປະເທດໃນໂລກ ໃນບັນດາຂົງເຂດ ການສຶກສາ, ວິທະຍາສາດ, ແລະ ວັດທະນະທຳ ເພື່ອບັນລຸໄດ້ບັນດາເປົ້າໝາຍສັນຕິພາບໂລກ ແລະ ຄວາມວັດທະນະຖາວອນລວມຂອງມວນມະນຸດ.
ນັບແຕ່ເວລາເຂົ້າເປັນສະມາຊິກ UNESCO , ຫວຽດນາມ ຍາມໃດກໍ່ໄດ້ຕີລາຄາສູງບົດບາດຂອງອົງການນີ້, ສະໜັບສະໜູນຢ່າງແຮງ ແລະ ຕັ້ງໜ້າປະກອບສ່ວນໃຫ້ແກ່ບັນດາການເຄື່ອນໄຫວຮ່ວມມືຂອງອົງການ.
ທ່ານ Michael Croft ຫົວໜ້າຜູ້ຕາງໜ້າອົງການ UNESCO ປະຈຳຫວຽດນາມ
ຫວຽດນາມ-ສະມາຊິກທີ່ມີຄວາມຮັບຜິດຊອບຂອງ UNESCO
ກ່ວາ 44 ປີນັບແຕ່ວັນເຂົ້າເປັນສະມາຊິກ, ຍາມໃດຫວຽດນາມ ກໍ່ສະແດງໃຫ້ເຫັນວ່າ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງ UNESCO, ດ້ວຍເປົ້າໝາຍສ້າງພາບພົດປະເທດຫວຽດນາມ ໃໝ່, ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳ, ຂະຫຍັນຂັນເຄື່ອນ ແລະ ບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງ. ຕາມຄຳຢືນຢັນຂອງທ່ານຫົວໜ້າຜູ້ຕາງໜ້າອົງການ UNESCO ປະຈຳຫວຽດນາມ Michael Croft ແລ້ວ, ຫວຽດນາມ ເອງ ໄດ້ເປັນປະເທດຕາງໜ້າໃຫ້ແກ່ບັນດາຄຸນຄ່າຂອງ UNESCO ຄື: ຄວາມສາມັກຄີ, ຈິດໃຈອັນກ້ວາງຂວາງ, ຫຼາຍຮູບຫຼາຍແບບ, ກົມກຽວກັນ ທ່ານ Michael Croft ກ່າວວ່າ:ປີ1976, ເມື່ອຫາກໍ່ເຂົ້າເປັນສະມາຊິກ UNESCO, ຫວຽດນາມ ຫາກໍ່ໄດ້ຮັບຄວາມເປັນເອກະລາດ. ຫວຽດນາມ ຍາດໄດ້ໄຊຊະນະ ແລະ ນັ້ນແມ່ນໄຊຊະນະຂອງວັດທະນະທຳແຫ່ງສັນຕິພາບ. ຫວຽດນາມ ເອງ ໄດ້ຕາງໜ້າໃຫ້ແກ່ບັນດາຄຸນຄ່າຂອງ UNESCO ຄື ຄວາມສາມັກຄີ, ຈິດໃຈອັນກ້ວາງຂວາງ, ຫຼາຍຮູບຫຼາຍແບບ ແລະ ກົມກຽວກັນ. ນີ້ແມ່ນບັນດາຄຸນຄ່າພື້ນຖານທີ່ສ້າງເປັນສີສັນຫວຽດນາມ.
ການໂອ້ລົມສົນທະນາຂັ້ນສູງ “ໃຫ້ຄຳປຶກສາກ່ຽວກັບຂໍ້ລິເລີ່ມ: ຮ່າໂນ້ຍ-ນະຄອນມີຫົວຄິດປະດິດສ້າງ” ຈັດຂຶ້ນເມື່ອວັນທີ 2 ຕຸລາ
(ພາບ: dangcongsan.vn)
(ພາບ: dangcongsan.vn)
ຫວຽດນາມ ແມ່ນປະເທດທີ່ມີສາງມໍລະດົກທາງທຳມະຊາດ, ວັດທະນະທຳທີ່ອຸດົມສົມບູນ. ມາຮອດປະຈຸບັນ, ຫວຽດນາມ ມີ 24 ມໍລະດົກວັດທະນະທຳທີ່ມີຮູບຮ່າງ, ບໍ່ມີຮູບຮ່າງ ແລະ ມໍລະດົກທຳມະຊາດ ໂດຍ UNESCO ເຊີດຊູແມ່ນມໍລະດົກໂລກ. ຍາມໃດຫວຽດນາມ ກໍ່ຖືການປົກປັກຮັກສາ, ເສີມຂະຫຍາຍຄຸນຄ່າບັນດາມໍລະດົກໂລກ ເປັນສຳຄັນພິເສດ. ໃນສະພາບການທີ່ໂລກພວມກ້າວເຂົ້າສູ່ການປະຕິວັດອຸດສາຫະກຳ 4.0, ເລື່ອງທັງອະນຸລັກຮັກສາບັນດາມໍລະດົກ, ທັງຮັບປະກັນການພັດທະນາວັດທະນະທຳທັນສະໄໝ ແມ່ນໜ້າທີ່ຂອງແຕ່ລະປະເທດສະມາຊິກ, ໃນນັ້ນມີຫວຽດນາມ. ທ່ານ Michael Croft ຢືນຢັນວ່າ:
ຂ້າພະເຈົ້າຄິດວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີການປະກອບສ່ວນຢ່າງຕັ້ງໜ້າ ແລະ ສະໜັບສະໜູນ ໃຫ້ແກ່ບັນດາຄວາມມານະພະຍາຍາມໃນການປົກປັກຮັກສາມໍລະດົກວັດທະນະທຳ. ມາຮອດຈຸດເວລາປະຈຸບັນ, ຫວຽດນາມ ບໍ່ພຽງແຕ່ມີຫຼາຍມໍລະດົດວັດທະນະທຳທີ່ເປັນມູນເຊື້ອຫຼາຍຢ່າງເທົ່ານັ້ນ ຫາກຍັງມີມໍລະດົກວັດທະນະທຳທີ່ທັນສະໄໝອີກດ້ວຍ ແລະ ເຖິງເວລາແລ້ວທີ່ຈະຕ້ອງຟື້ນຟູໃນຍຸກສະໄໝໃໝ່. ຂ້າພະເຈົ້າຄິດວ່າ ນີ້ກໍ່ແມ່ນການກຳນົດທິດຊື່ງ UNESCO ສືບຕໍ່ຮ່ວມມື ແລະ ຮ່ວມເດີນທາງພ້ອມກັບຫວຽດນາມ ໃນໄລຍະທີ່ຈະມາເຖິງ, ເພື່ອເສີມຂະຫຍາຍບັນດາຄຸນຄ່າທີ່ເປັນມູນເຊື້ອນັບພັນປີ, ປ່ຽນແປງໃໝ່, ມີຫົວຄິດປະດິດສ້າງເພື່ອໄປທັນກັບທ່າອ່ຽງພັດທະນາຂອງຍຸກສະໄໝ-ສັງກາດສີວິໄລ ພູມປັນຍາ ແລະ ຫັນເປັນທົ່ວໂລກ.ການຮ່ວມມືລະຫວ່າງ UNESCO -ຫວຽດນາມ ໃນໄລຍະໃໝ່
ຍຸກສະໄໝດີຈີຕອນ ພວມວາງອອກບັນດາສິ່ງທ້າທາຍ ແລະ ກາລະໂອກາດໃຫ້ແກ່ບັນດາການເຄື່ອນໄຫວຂອງ UNECSO, ພ້ອມທັງວາງອອກບັນດາຄຳຮຽກຮ້ອງກ່ຽວກັບການປ່ຽນແປງ. ໃນຍຸດທະສາດແຫ່ງຊາດໄລຍະ 2020-2021, UNESCO ພວມວາງອອກບັນດາການໃຫ້ບຸລິມະສິດໃຫ້ແກ່ການຮ່ວມມືກັບຫວຽດນາມ.
ປະຈຸບັນ, UNESCO ພວມຫັນບັນດາຂໍ້ລິເລີ່ມໃຫ້ປະກົດຜົນເປັນຈິງ ແລະ ສ້າງພາບພົດຮ່າໂນ້ຍ “ນະຄອນທີ່ມີຫົວຄິດປະດິດສ້າງ” ຂອງສັດຕະວັດທີ 21 ດ້ວຍວິໄສທັດມຸ່ງໄປສູ່ອະນາຄົດ, ສ່ອງແສງໃຫ້ເຫັນຄວາມມຸ່ງຫວັງໃຫ້ປະເທດຊາດກາຍເປັນສະມາຊິກທີ່ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ ແລະ ຕັ້ງໜ້າ. ປີ 2020, ຫວຽດນາມ ໄດ້ຮັບຜິດຊອບຫຼາຍໜ້າທີ່ທີ່ສຳຄັນ. ໃນຖານະບົດບາດເປັນປະທານອາຊຽນ 2020, ຫວຽດນາມ ໄດ້ ແລະ ພວມ ສ້າງຂີດໝາຍສະເພາະ ໃນການຜັນຂະຫຍາຍບັນດາຂໍ້ລິເລີ່ມ, ລາຍການຮ່ວມມືຂຶ້ນ ກໍ່ຄືປະກອບສ່ວນຢ່າງແທດຈິງເຂົ້າໃນວຽກງານຂອງ UNESCO. ຫວຽດນາມ ໄດ້ຊ່ວຍເຊື່ອມຕໍ່ບັນດາປະເທດສະມາຊິກອາຊຽນ ສືບຕໍ່ຜັນຂະຫຍາຍໂຄງການດຳເນີນງານຂອງ UNESCO ໃນຂອບເຂດອາຊຽນ. ທຸກສິ່ງທຸກຢ່າງເຫຼົ່ານີ້ ໄດ້ປະກອບສ່ວນສະແດງໃຫ້ເຫັນ ບົດບາດຂອງຫວຽດນາມ ຢ່າງຈະແຈ້ງ, ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ- UNESCO ເວົ້າສະເພາະ ແລະ ອາຊຽນ- UNESCO ເວົ້າລວມ ໃນໄລຍະໃໝ່.
(ແຫຼ່ງຄັດຈາກ VOV)