ຂ່າວສານ

ຫວຽດນາມ-ເປັນປະເທດຕາງໜ້າທີ່ດີເດັ່ນໃຫ້ແກ່ບັນດາຄຸນຄ່າຂອງ UNESCO

      ນັບແຕ່ປີ 1976, ຫວຽດນາມ ໄດ້ເຂົ້າເປັນສະມາຊິກອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO). ຮອດປີ 1977, ຫວຽດນາມ ໄດ້ສ້າງຕັ້ງຄະນະກຳມະການແຫ່ງຊາດ UNESCO ເພື່ອຊຸກຍູ້ການຮ່ວມມືກັບອົງການນີ້. 44 ປີຜ່ານມາ, ຍາມໃດຫວຽດນາມ ກໍ່ມານະພຍາຍາມ ພ້ອມກັບ UNESCO ແລະ ບັນດາປະເທດສະມາຊິກ ແກ້ໄຂ ແລະ ຍົກອອກບັນດາມາດຕະການໃຫ້ແກ່ຫຼາຍບັນຫາທົ່ວໂລກທີ່ ກ່ຽວຂ້ອງເຖິງສັນຕິພາບ, ການພັດທະນາ, ການປົກປັກຮັກສາບັນດາຄຸນຄ່າດ້ານວັດທະນະທຳ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງບັນດາປະເທດ.
        ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ແມ່ນໜຶ່ງ ໃນຈຳນວນບັນດາອົງການວິຊາສະເພາະສຳຄັນອັນດັບໜຶ່ງຂອງ ສປຊ. UNESCO ໄດ້ກຳນົດເປົ້າໝາຍອັນສູງສົ່ງຂອງອົງການ ແມ່ນຜ່ານການຮ່ວມມືລະຫວ່າງບັນດາປະເທດໃນໂລກ ໃນບັນດາຂົງເຂດ ການສຶກສາ, ວິທະຍາສາດ, ແລະ ວັດທະນະທຳ ເພື່ອບັນລຸໄດ້ບັນດາເປົ້າໝາຍສັນຕິພາບໂລກ ແລະ ຄວາມວັດທະນະຖາວອນລວມຂອງມວນມະນຸດ.
   ນັບແຕ່ເວລາເຂົ້າເປັນສະມາຊິກ UNESCO , ຫວຽດນາມ ຍາມໃດກໍ່ໄດ້ຕີລາຄາສູງບົດບາດຂອງອົງການນີ້, ສະໜັບສະໜູນຢ່າງແຮງ ແລະ ຕັ້ງໜ້າປະກອບສ່ວນໃຫ້ແກ່ບັນດາການເຄື່ອນໄຫວຮ່ວມມືຂອງອົງການ.


ທ່ານ Michael Croft ຫົວໜ້າຜູ້ຕາງໜ້າອົງການ UNESCO ປະຈຳຫວຽດນາມ
 
      ຫວຽດນາມ-ສະມາຊິກທີ່ມີຄວາມຮັບຜິດຊອບຂອງ UNESCO
   ກ່ວາ 44 ປີນັບແຕ່ວັນເຂົ້າເປັນສະມາຊິກ, ຍາມໃດຫວຽດນາມ ກໍ່ສະແດງໃຫ້ເຫັນວ່າ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງ UNESCO, ດ້ວຍເປົ້າໝາຍສ້າງພາບພົດປະເທດຫວຽດນາມ ໃໝ່, ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳ, ຂະຫຍັນຂັນເຄື່ອນ ແລະ ບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງ. ຕາມຄຳຢືນຢັນຂອງທ່ານຫົວໜ້າຜູ້ຕາງໜ້າອົງການ UNESCO ປະຈຳຫວຽດນາມ Michael Croft ແລ້ວ, ຫວຽດນາມ ເອງ ໄດ້ເປັນປະເທດຕາງໜ້າໃຫ້ແກ່ບັນດາຄຸນຄ່າຂອງ UNESCO ຄື: ຄວາມສາມັກຄີ, ຈິດໃຈອັນກ້ວາງຂວາງ, ຫຼາຍຮູບຫຼາຍແບບ, ກົມກຽວກັນ ທ່ານ Michael Croft ກ່າວວ່າ:
   ປີ1976, ເມື່ອຫາກໍ່ເຂົ້າເປັນສະມາຊິກ UNESCO, ຫວຽດນາມ ຫາກໍ່ໄດ້ຮັບຄວາມເປັນເອກະລາດ. ຫວຽດນາມ ຍາດໄດ້ໄຊຊະນະ ແລະ ນັ້ນແມ່ນໄຊຊະນະຂອງວັດທະນະທຳແຫ່ງສັນຕິພາບ. ຫວຽດນາມ ເອງ ໄດ້ຕາງໜ້າໃຫ້ແກ່ບັນດາຄຸນຄ່າຂອງ UNESCO ຄື ຄວາມສາມັກຄີ, ຈິດໃຈອັນກ້ວາງຂວາງ, ຫຼາຍຮູບຫຼາຍແບບ ແລະ ກົມກຽວກັນ. ນີ້ແມ່ນບັນດາຄຸນຄ່າພື້ນຖານທີ່ສ້າງເປັນສີສັນຫວຽດນາມ.

ການໂອ້ລົມສົນທະນາຂັ້ນສູງ “ໃຫ້ຄຳປຶກສາກ່ຽວກັບຂໍ້ລິເລີ່ມ: ຮ່າໂນ້ຍ-ນະຄອນມີຫົວຄິດປະດິດສ້າງ” ຈັດຂຶ້ນເມື່ອວັນທີ 2 ຕຸລາ
(ພາບ: 
dangcongsan.vn)
      ຫວຽດນາມ ແມ່ນປະເທດທີ່ມີສາງມໍລະດົກທາງທຳມະຊາດ, ວັດທະນະທຳທີ່ອຸດົມສົມບູນ. ມາຮອດປະຈຸບັນ, ຫວຽດນາມ ມີ 24 ມໍລະດົກວັດທະນະທຳທີ່ມີຮູບຮ່າງ, ບໍ່ມີຮູບຮ່າງ ແລະ ມໍລະດົກທຳມະຊາດ ໂດຍ UNESCO ເຊີດຊູແມ່ນມໍລະດົກໂລກ. ຍາມໃດຫວຽດນາມ ກໍ່ຖືການປົກປັກຮັກສາ, ເສີມຂະຫຍາຍຄຸນຄ່າບັນດາມໍລະດົກໂລກ ເປັນສຳຄັນພິເສດ. ໃນສະພາບການທີ່ໂລກພວມກ້າວເຂົ້າສູ່ການປະຕິວັດອຸດສາຫະກຳ 4.0, ເລື່ອງທັງອະນຸລັກຮັກສາບັນດາມໍລະດົກ, ທັງຮັບປະກັນການພັດທະນາວັດທະນະທຳທັນສະໄໝ ແມ່ນໜ້າທີ່ຂອງແຕ່ລະປະເທດສະມາຊິກ, ໃນນັ້ນມີຫວຽດນາມ. ທ່ານ Michael Croft ຢືນຢັນວ່າ:
   ຂ້າພະເຈົ້າຄິດວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີການປະກອບສ່ວນຢ່າງຕັ້ງໜ້າ ແລະ ສະໜັບສະໜູນ ໃຫ້ແກ່ບັນດາຄວາມມານະພະຍາຍາມໃນການປົກປັກຮັກສາມໍລະດົກວັດທະນະທຳ. ມາຮອດຈຸດເວລາປະຈຸບັນ, ຫວຽດນາມ ບໍ່ພຽງແຕ່ມີຫຼາຍມໍລະດົດວັດທະນະທຳທີ່ເປັນມູນເຊື້ອຫຼາຍຢ່າງເທົ່ານັ້ນ ຫາກຍັງມີມໍລະດົກວັດທະນະທຳທີ່ທັນສະໄໝອີກດ້ວຍ ແລະ ເຖິງເວລາແລ້ວທີ່ຈະຕ້ອງຟື້ນຟູໃນຍຸກສະໄໝໃໝ່. ຂ້າພະເຈົ້າຄິດວ່າ ນີ້ກໍ່ແມ່ນການກຳນົດທິດຊື່ງ UNESCO ສືບຕໍ່ຮ່ວມມື ແລະ ຮ່ວມເດີນທາງພ້ອມກັບຫວຽດນາມ ໃນໄລຍະທີ່ຈະມາເຖິງ, ເພື່ອເສີມຂະຫຍາຍບັນດາຄຸນຄ່າທີ່ເປັນມູນເຊື້ອນັບພັນປີ, ປ່ຽນແປງໃໝ່, ມີຫົວຄິດປະດິດສ້າງເພື່ອໄປທັນກັບທ່າອ່ຽງພັດທະນາຂອງຍຸກສະໄໝ-ສັງກາດສີວິໄລ ພູມປັນຍາ ແລະ ຫັນເປັນທົ່ວໂລກ.
ການຮ່ວມມືລະຫວ່າງ UNESCO -ຫວຽດນາມ ໃນໄລຍະໃໝ່
   ຍຸກສະໄໝດີຈີຕອນ ພວມວາງອອກບັນດາສິ່ງທ້າທາຍ ແລະ ກາລະໂອກາດໃຫ້ແກ່ບັນດາການເຄື່ອນໄຫວຂອງ UNECSO, ພ້ອມທັງວາງອອກບັນດາຄຳຮຽກຮ້ອງກ່ຽວກັບການປ່ຽນແປງ. ໃນຍຸດທະສາດແຫ່ງຊາດໄລຍະ 2020-2021, UNESCO ພວມວາງອອກບັນດາການໃຫ້ບຸລິມະສິດໃຫ້ແກ່ການຮ່ວມມືກັບຫວຽດນາມ.
   ປະຈຸບັນ, UNESCO ພວມຫັນບັນດາຂໍ້ລິເລີ່ມໃຫ້ປະກົດຜົນເປັນຈິງ ແລະ ສ້າງພາບພົດຮ່າໂນ້ຍ “ນະຄອນທີ່ມີຫົວຄິດປະດິດສ້າງ” ຂອງສັດຕະວັດທີ 21 ດ້ວຍວິໄສທັດມຸ່ງໄປສູ່ອະນາຄົດ, ສ່ອງແສງໃຫ້ເຫັນຄວາມມຸ່ງຫວັງໃຫ້ປະເທດຊາດກາຍເປັນສະມາຊິກທີ່ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ ແລະ ຕັ້ງໜ້າ. ປີ 2020, ຫວຽດນາມ ໄດ້ຮັບຜິດຊອບຫຼາຍໜ້າທີ່ທີ່ສຳຄັນ. ໃນຖານະບົດບາດເປັນປະທານອາຊຽນ 2020, ຫວຽດນາມ ໄດ້ ແລະ ພວມ ສ້າງຂີດໝາຍສະເພາະ ໃນການຜັນຂະຫຍາຍບັນດາຂໍ້ລິເລີ່ມ, ລາຍການຮ່ວມມືຂຶ້ນ ກໍ່ຄືປະກອບສ່ວນຢ່າງແທດຈິງເຂົ້າໃນວຽກງານຂອງ UNESCO. ຫວຽດນາມ ໄດ້ຊ່ວຍເຊື່ອມຕໍ່ບັນດາປະເທດສະມາຊິກອາຊຽນ ສືບຕໍ່ຜັນຂະຫຍາຍໂຄງການດຳເນີນງານຂອງ UNESCO ໃນຂອບເຂດອາຊຽນ. ທຸກສິ່ງທຸກຢ່າງເຫຼົ່ານີ້ ໄດ້ປະກອບສ່ວນສະແດງໃຫ້ເຫັນ ບົດບາດຂອງຫວຽດນາມ ຢ່າງຈະແຈ້ງ, ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ- UNESCO ເວົ້າສະເພາະ ແລະ ອາຊຽນ- UNESCO ເວົ້າລວມ ໃນໄລຍະໃໝ່.
(ແຫຼ່ງຄັດຈາກ VOV)
 


 

top