• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມສຸດຍອດ ອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ

ຄະນະຜູ້ແທນ ຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ນຳໜ້າ ໄດ້ເຂົ້າຮ່ວມຢ່າງຕັ້ງຫນ້າແລະ ມີການປະກອບສ່ວນຢ່າງແທດຈິງ, ບັນລຸປະສິດທິຜົນເຂົ້າໃນຜົນງານລວມຂອງກອງປະຊຸມຄັ້ງຕ່າງໆ.

ຄະນະຜູ້ແທນ ຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ນຳໜ້າ ໄດ້ເຂົ້າຮ່ວມຢ່າງຕັ້ງຫນ້າແລະ ມີການປະກອບສ່ວນຢ່າງແທດຈິງ, ບັນລຸປະສິດທິຜົນເຂົ້າໃນຜົນງານລວມຂອງກອງປະຊຸມຄັ້ງຕ່າງໆ.

   

ກອງປະຊຸມສຸດຍອດໄດ້ປິດລົງພາຍຫຼັງທີ່ເຮັດວຽກມາເປັນເວລາ 4 ວັນ

(ພາບປະກອບ: VGP)

ວັນທີ 13 ພະຈິກ, ພາຍຫຼັງກອງປະຊຸມສຸດຍອດອາຊີ (EAS) ຄັ້ງທີ 17, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ການນຳບັນດາປະເທດເຂົ້າຮ່ວມພິທີອັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ພິທີມອບສິດປະທານ ອາຊຽນ ຈາກ ກຳປູເຈຍ ໃຫ້ແກ່ ອິນໂດເນເຊຍ.

ບັນດາກອງປະຊຸມສຸດຍອດໄດ້ປິດລົງພາຍຫຼັງທີ່ເຮັດວຽກມາເປັນເວລາ 4 ວັນ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ນຳໜ້າ ໄດ້ເຂົ້າຮ່ວມຢ່າງຕັ້ງຫນ້າແລະ ມີການປະກອບສ່ວນຢ່າງແທດຈິງ, ບັນລຸປະສິດທິຜົນເຂົ້າໃນຜົນງານລວມຂອງກອງປະຊຸມຄັ້ງຕ່າງໆ, ສະແດງໃຫ້ເຫັນຄວາມສະເໝີຕົ້ນສະເໝີປາຍສະໜັບສະໜູນຂອງ ຫວຽດນາມ ຕໍ່ປະທານ ອາຊຽນ 2022 ກຳປູເຈຍ ກໍຄືຕັ້ງໜ້າເສີມຂະຫຍາຍຈິດໃຈເປັນເຈົ້າການ, ມີຄວາມຮັບຜິດຊອບຕໍ່ວຽກງານລວມຂອງ ອາຊຽນ.

ຕອນບ່າຍວັນທີ 13 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພ້ອມກັບຄະນະຜູ້ແທນ ຫວຽດນາມ ເດີນທາງອອກຈາກ ພະນົມເປັນ ກັບມາປະເທດ, ສິ້ນສຸດການໄປປະຕິບັດງານ, ການຢ້ຽມຢາມ ກຳປູເຈຍ ເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັງທີ 40, 41 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢ່າງຈົບງາມ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top