• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຮຽກຮ້ອງເພີ່ມທະວີປະສິດທິຜົນການເຄື່ອນໄຫວຂອງສະພາສິດທິມະນຸດ

ວັນ​ທີ 7 ກັນ​ຍາ​, ກອງ​ປະ​ຊຸມ​ນັດ​ສາ​ມັນ​ຄັ້ງ​ທີ 63 ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ສປຊ ຢູ່ ​ເຊີ​ແນວ (ປະ​ເທດ ​ສະ​ວິດ​) ໄດ້​ຈັດ​ວາ​ລະ​ເປີດ ແລະ ປຶກ​ສາ​ຫາ​ລື​ລວມ​ກ່ຽວ​ກັບ​ບົດ​ລາຍ​ງານ​ອັບ​ເດດ ກ່ຽວ​ກັບ​ສິດ​ທິ​ມະ​ນຸດ​ໂລກ ​ປີ 2026 ຂອງ ​ທ່ານ Volker Türk, ຂ້າ​ຫຼວງ​ໃຫຍ່ ສປຊ​.
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມາຍ​ຟານ​ຢຸ້ງ (ເບື້ອງຂວາມື້) (ພາບ: VNA)
ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປຶກ​ສາ​ຫາ​ລື​ລວມ​, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມາຍ​ຟານ​ຢຸ້ງ​, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງໜ້າຖາວອນ ຫວຽດ​ນາມ ປະ​ຈຳ ສປຊ, ອົງ​ການ​ການ​ຄ້າ​ໂລກ (WTO) ແລະ ບັນ​ດາ​ອົງ​ການ​ສາ​ກົນ​ອື່ນໆ​ປະ​ຈຳ ເຊີ​ແນວ ໄດ້​ຢັ້ງ​ຢືນການ​ສະ​ໜັບ​ສະ​ໜູນຂອງ ຫວຽດ​ນາມ ຕໍ່ກັບ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ສປຊ, ຂ້າ​ຫຼວງ​ໃຫຍ່ ສປຊ ແລະ ບັນ​ດາ​ອົງ​ການທີ່​ກ່ຽວ​ຂ້ອງ​. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຮຽກ​ຮ້ອງ​ໃຫ້​ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ສິດ​ທິມະ​ນຸດ ໃນ​ການ​ຊຸກ​ຍູ້ ແລະ ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ຕໍ່​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ​ໃນ​ປະ​ຈຸ​ບັນ​, ລວມມີ ການປະທະກັນ, ວິກິດການມະນຸດສະທຳ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​, ການຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ໃນ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ ແລະ ການ​ປະ​ກົດ​ຂອງ​ບັນ​ດາ​ເຕັກ​ໂນ​ໂລ​ຊີ​ໃໝ່​... ພ້ອມກັນນັ້ນ, ໃນ​ຖາ​ນະ​ເປັນ​ສະ​ມາ​ຊິກ​ສະ​ພາ​ສິດ​ທິ​ມະ​ນຸດ ສປຊ ອາ​ຍຸ​ການ 2026 -2028, ຫວຽດ​ນາມ ຢັ້ງ​ຢືນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ໂອ້​ລົມ​ສົນ​ທະ​ນາຢ່າງ​ຈິງ​ໃຈ ແລະ ການ​ຮ່ວມ​ມືຢ່າງ​ສ້າງ​ສັນກັບ​ທຸກໆ​ປະ​ເທດ ແລະ ກົນ​ໄກ​ຂອງ ສປຊ, ເໝາະ​ສົມ​ກັບ​ບັນ​ດາ​ຫຼັກ​ການ​ສັງ​ລວມ​, ຍຸ​ຕິ​ທຳ​, ພາ​ວະ​ວິ​ໄສ​, ບໍ່​ເລືອກ​ເຟັ້ນ ແລະ ບໍ່​ແຊກ​ແຊງ​.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິທະຍາສາດເຕັກໂນໂລຊີ ຫວຽດນາມ - ສະຫະພັນ ລັດເຊຍ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິທະຍາສາດເຕັກໂນໂລຊີ ຫວຽດນາມ - ສະຫະພັນ ລັດເຊຍ

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສະຫະພັນລັດເຊຍ, ຕອນເຊົ້າວັນທີ (ຕາມເວລາທ້ອງຖິ່ນ), ທີ່ນະຄອນຫຼວງ ມົດສະກູ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ-ລັດເຊຍ ດ້ວຍຫົວຂໍ້ “ການເຊື່ອມຕໍ່ເຕັກໂນໂລຊີຍຸດທະສາດ”.

Top