ຂ່າວສານ ຫວຽດນາມ ຮຽກຮ້ອງເພີ່ມທະວີປະສິດທິຜົນການເຄື່ອນໄຫວຂອງສະພາສິດທິມະນຸດ 09/09/2026 ວັນທີ 7 ກັນຍາ, ກອງປະຊຸມນັດສາມັນຄັ້ງທີ 63 ຂອງສະພາສິດທິມະນຸດ ສປຊ ຢູ່ ເຊີແນວ (ປະເທດ ສະວິດ) ໄດ້ຈັດວາລະເປີດ ແລະ ປຶກສາຫາລືລວມກ່ຽວກັບບົດລາຍງານອັບເດດ ກ່ຽວກັບສິດທິມະນຸດໂລກ ປີ 2026 ຂອງ ທ່ານ Volker Türk, ຂ້າຫຼວງໃຫຍ່ ສປຊ. ທ່ານເອກອັກຄະລັດຖະທູດ ມາຍຟານຢຸ້ງ (ເບື້ອງຂວາມື້) (ພາບ: VNA)ກ່າວຄຳເຫັນທີ່ວາລະປຶກສາຫາລືລວມ, ທ່ານເອກອັກຄະລັດຖະທູດ ມາຍຟານຢຸ້ງ, ຫົວໜ້າຄະນະຜູ້ຕາງໜ້າຖາວອນ ຫວຽດນາມ ປະຈຳ ສປຊ, ອົງການການຄ້າໂລກ (WTO) ແລະ ບັນດາອົງການສາກົນອື່ນໆປະຈຳ ເຊີແນວ ໄດ້ຢັ້ງຢືນການສະໜັບສະໜູນຂອງ ຫວຽດນາມ ຕໍ່ກັບບັນດາຄວາມມານະພະຍາຍາມຂອງ ສປຊ, ຂ້າຫຼວງໃຫຍ່ ສປຊ ແລະ ບັນດາອົງການທີ່ກ່ຽວຂ້ອງ. ທ່ານເອກອັກຄະລັດຖະທູດ ຮຽກຮ້ອງໃຫ້ເພີ່ມທະວີປະສິດທິຜົນການເຄື່ອນໄຫວຂອງສະພາສິດທິມະນຸດ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດຕໍ່ກັບບັນດາສິ່ງທ້າທາຍທົ່ວໂລກໃນປະຈຸບັນ, ລວມມີ ການປະທະກັນ, ວິກິດການມະນຸດສະທຳ, ການປ່ຽນແປງຂອງດິນຟ້າອາກາດ, ການຮັບປະກັນສິດທິມະນຸດໃນເຄືອຂ່າຍອິນເຕີເນັດ ແລະ ການປະກົດຂອງບັນດາເຕັກໂນໂລຊີໃໝ່... ພ້ອມກັນນັ້ນ, ໃນຖານະເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2026 -2028, ຫວຽດນາມ ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາກ່ຽວກັບການຊຸກຍູ້ການໂອ້ລົມສົນທະນາຢ່າງຈິງໃຈ ແລະ ການຮ່ວມມືຢ່າງສ້າງສັນກັບທຸກໆປະເທດ ແລະ ກົນໄກຂອງ ສປຊ, ເໝາະສົມກັບບັນດາຫຼັກການສັງລວມ, ຍຸຕິທຳ, ພາວະວິໄສ, ບໍ່ເລືອກເຟັ້ນ ແລະ ບໍ່ແຊກແຊງ.

ວັນທີ 7 ກັນຍາ, ກອງປະຊຸມນັດສາມັນຄັ້ງທີ 63 ຂອງສະພາສິດທິມະນຸດ ສປຊ ຢູ່ ເຊີແນວ (ປະເທດ ສະວິດ) ໄດ້ຈັດວາລະເປີດ ແລະ ປຶກສາຫາລືລວມກ່ຽວກັບບົດລາຍງານອັບເດດ ກ່ຽວກັບສິດທິມະນຸດໂລກ ປີ 2026 ຂອງ ທ່ານ Volker Türk, ຂ້າຫຼວງໃຫຍ່ ສປຊ. ທ່ານເອກອັກຄະລັດຖະທູດ ມາຍຟານຢຸ້ງ (ເບື້ອງຂວາມື້) (ພາບ: VNA)ກ່າວຄຳເຫັນທີ່ວາລະປຶກສາຫາລືລວມ, ທ່ານເອກອັກຄະລັດຖະທູດ ມາຍຟານຢຸ້ງ, ຫົວໜ້າຄະນະຜູ້ຕາງໜ້າຖາວອນ ຫວຽດນາມ ປະຈຳ ສປຊ, ອົງການການຄ້າໂລກ (WTO) ແລະ ບັນດາອົງການສາກົນອື່ນໆປະຈຳ ເຊີແນວ ໄດ້ຢັ້ງຢືນການສະໜັບສະໜູນຂອງ ຫວຽດນາມ ຕໍ່ກັບບັນດາຄວາມມານະພະຍາຍາມຂອງ ສປຊ, ຂ້າຫຼວງໃຫຍ່ ສປຊ ແລະ ບັນດາອົງການທີ່ກ່ຽວຂ້ອງ. ທ່ານເອກອັກຄະລັດຖະທູດ ຮຽກຮ້ອງໃຫ້ເພີ່ມທະວີປະສິດທິຜົນການເຄື່ອນໄຫວຂອງສະພາສິດທິມະນຸດ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດຕໍ່ກັບບັນດາສິ່ງທ້າທາຍທົ່ວໂລກໃນປະຈຸບັນ, ລວມມີ ການປະທະກັນ, ວິກິດການມະນຸດສະທຳ, ການປ່ຽນແປງຂອງດິນຟ້າອາກາດ, ການຮັບປະກັນສິດທິມະນຸດໃນເຄືອຂ່າຍອິນເຕີເນັດ ແລະ ການປະກົດຂອງບັນດາເຕັກໂນໂລຊີໃໝ່... ພ້ອມກັນນັ້ນ, ໃນຖານະເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2026 -2028, ຫວຽດນາມ ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາກ່ຽວກັບການຊຸກຍູ້ການໂອ້ລົມສົນທະນາຢ່າງຈິງໃຈ ແລະ ການຮ່ວມມືຢ່າງສ້າງສັນກັບທຸກໆປະເທດ ແລະ ກົນໄກຂອງ ສປຊ, ເໝາະສົມກັບບັນດາຫຼັກການສັງລວມ, ຍຸຕິທຳ, ພາວະວິໄສ, ບໍ່ເລືອກເຟັ້ນ ແລະ ບໍ່ແຊກແຊງ.