• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຮຽກຮ້ອງສືບຕໍ່ໜູນຊ່ວຍດ້ານມະນຸດສະທຳໃຫ້ແກ່ ຊີຣີ

      ວັນທີ 25 ມິຖຸນາ, ສະພາຄວາມໝັ້ນຄົງ ສປຊ ໄດ້ດຳເນີນກອງປະຊຸມຮັບຟັງບົດລາຍງານປະຈຳເດືອນກ່ຽວກັບວິວັດທະນາການການເມືອງ ຢູ່ ຊີຣີ.
ກອງປະຊຸມຮັບຟັງບົດລາຍງານປະຈຳເດືອນກ່ຽວກັບວິວັດທະນາການການເມືອງ ຢູ່ ຊີຣີ
      ທີ່ກອງປະຊຸມ, ທ່ານ Geir Pedersen ທູດພິເສດຂອງທ່ານເລຂາທິການໃຫຍ່ ສປຊ ກ່ຽວກັບ ຊີຣີ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ສ້າງຕັ້ງບັນດາກົນໄກເຈລະຈາໃໝ່ ເພື່ອແນໃສ່ໜູນຊ່ວຍວິທີການແກ້ໄຂສະພາບການໃນເທື່ອລະກ້າວ.
            ແບ່ງປັນຄວາມສົນໃຈຂອງ ສະມາຊິກສະພາຄວາມໝັ້ນຄົງ ສປຊ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກເຖິງເລື່ອງຄວນສ້າງຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງບັນດາຝ່າຍເພື່ອແນໃສ່ຊຸກຍູ້ວິວັດທະນາການດ້ານການເມືອງ, ຍົກສູງບົດບາດໜູນຊ່ວຍສຳຄັນ ຂອງປະຊາຄົມສາກົນ ຜ່ານການເພີ່ມທະວີການໂອ້ລົມເຈລະຈາ, ແກ້ໄຂຄວາມແຕກຕ່າງກັນໃນປັດຈຸບັນ. ທ່ານ ດັ້ງດິ່ງກຸ໊ຍ ກໍ່ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງອົດກັ້ນ ແລະ ຮັກສາສະພາບແວດລ້ອມຄວາມໝັ້ນຄົງຢ່າງສະດວກໃຫ້ແກ່ການຊຸກຍູ້ວິທີການການເມືອງ, ເນັ້ນໜັກວ່າຕ້ອງສົມທົບກັນໃນບັ້ນຕໍ່ສູ້ຕ້ານການກໍການຮ້າຍ ເພື່ອຮັບປະກັນຄວາມເຄົາລົບກົດໝາຍສາກົນ, ຕໍ່ໜ້າສະພາບການ ນັບມື້ນັບຫຍຸ້ງຍາກລຳບາກ ຂອງປະຊາຊົນຊີຣີນັບລ້ານໆຄົນ ພາຍຫຼັງການປະທະກັນມາເປັນເວລາກ່ວາ 1 ທົດສະວັດ, ທ່ານເອກອັກຄະລັດຖະທູດ ຮຽກຮ້ອງຕ້ອງຮັກສາການໜູນຊ່ວຍມະນຸດສະທຳ ຢ່າງຕໍ່ເນື່ອງໃຫ້ແກ່ຊາວຊີຣີ.
 (ແຫຼ່ງຄັດຈາກ VOV)

ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ສິ​້ນ​ສຸດ​ການ​ຢ້ຽມ​ຢາມ ຍີ່​ປຸ່ນ ຢ່າງ​ເປັນ​ທາງ​ການ

ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ສິ​້ນ​ສຸດ​ການ​ຢ້ຽມ​ຢາມ ຍີ່​ປຸ່ນ ຢ່າງ​ເປັນ​ທາງ​ການ

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ Fukuoka ກັບເມືອປະເທດ ສິ້ນສຸດການຢ້ຽມຢາມ ຍີ່ປຸ່ນ ຢ່າງຈົບງາມ ຕາມຄຳເຊື້ອເຊີນຂອງລັດຖະບານ ຍີ່ປຸ່ນ.

Top