• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປະຕິບັດປຶ້ມບັນທຶກການຂຸດຄົ້ນສິນໃນນ້ຳເອເລັກໂຕນິກ

ບົດລາຍງານຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ມາຮອດປະຈຸບັນ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ປະຕິບັດສຳເລັດລະບົບຂໍ້ມູນ.

“ກຳນົດຢ່າງຈະແຈ້ງແຜນການຫັນໄປສູ່ປື້ມບັນທຶກການຂຸດຄົ້ນສິນໃນນ້ຳເອເລັກໂຕນິກ; ຄວບຄຸມເຄື່ອງອຸປະກອນຕິດຕາມການເດີນທາງຕາມຫຼັກການທີ່ເຂັ້ມງວດ”. ນີ້ແມ່ນຄຳຮຽກຮ້ອງຂອງທ່ານ ເຈິ່ນຮົ່ງຮ່າ, ຮອງນາຍົກລັດຖະມົນຕີ ຫວຽດນາມ ທີ່ວາລະປະຊຸມຄັ້ງທີ 29 ຄະນະຊີ້ນຳກ່ຽວກັບການ ຕ້ານການຫາປາແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ເຊິ່ງໄດ້ຈັດຂຶ້ນໃນຕອນບ່າຍວັນທີ 06 ມັງກອນ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ.

ບົດລາຍງານຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ມາຮອດປະຈຸບັນ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ປະຕິບັດສຳເລັດລະບົບຂໍ້ມູນ.

ຕາມທ່ານພົນຕີ ເລກວາງດ້າວ, ຮອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ແລ້ວ, ປະຈຸບັນ ກະຊວງປ້ອງກັນປະເທດພວມຮັກສາກຳປັ່ນຕຳຫຼວດ 52 ລຳເຄື່ອນໄຫວຢູ່ເຂດທະເລຕິດກັບຊາຍແດນຂອງ ອິນໂດເນເຊຍ, ໄທ…

“ມາຮອດປະຈຸບັນໄດ້ໂຮມເຂົ້າແລ້ວ, ທີ 1 ແມ່ນຄວບຄຸມກຳປັ່ນຫາປາດ້ວຍດີຈີຕອນ, ທີ 2 ແມ່ນ ຄວບຄຸມ VMS, ທີ 3 ແມ່ນຄົ້ນຫາຕົ້ນກຳເນີດໄດ້ ແລະ ທີ 4 ແມ່ນຄຸ້ມຄອງ ແລະ ປັບໄໝໃນພື້ນຖານແອັບດີຈີຕອນ. ທາງກະຊວງປ້ອງກັນປະເທດໄດ້ມອບກວ່າ 79.000 ຂໍ້ມູນສະບັບຕົ້ນກ່ຽວກັບອາຊີບຫາປາໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມແລ້ວ, ປະຈຸບັນໄດ້ຄວບຄຸມຢູ່ບັນດາດ່ານ, ທ່າກຳປັ່ນເປັນຢ່າງດີທີ່ສຸດ”.

ກ່ຽວກັບຮາກຖານຂໍ້ມູນ ແລະ ລະບົບຄວບຄຸມກຳປັ່ນຫາປາເອເລັກໂຕນິກ, ທ່ານຮອງຍົກລັດຖະມົນຕີສະເໜີໃຫ້ກຳນົດແຈ້ງແຜນການຫັນໄປສູ່ປື້ມບັນທຶກເອເລັກໂຕນິກ; ຄວບຄຸມເຄື່ອງອຸປະກອນຕິດຕາມການເດີນທາງຕາມຫຼັກການທີ່ເຂັ້ມງວດ.

(ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top