• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະ​ແຫຼງຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ​ເຖິງ​ສື່ມວນ​ຊົນ ເວ​ເນ​ຊູ​ເອ​ລາ

ວັນທີ 08 ມັງກອນ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງ ກາຣາກາສ, ສະຖານທູດ ຫວຽດນາມ ປະຈຳ ເວເນຊູເອລາ ໄດ້ສົມທົບກັບກະຊວງຖະແຫຼງຂ່າວ - ສື່ມວນຊົນ ເວເນຊູເອລາ ຈັດການພົບປະກັບອົງການສື່ມວນຊົນ ເພື່ອຖະແຫຼງຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ່ XIV ຂອງພັກກອມມູນິດ ຫວຽດນາມ ເຖິງບັນດາອົງການສື່ມວນຊົນປະເທດປະຈຳຖິ່ນ.
ທ່ານເອກອັກຄະລັດຖະທູດ ຫວູ້ຈູງໝີ້ ກ່າວຄຳເຫັນໃນການຖະແຫຼງຂ່າວ

ທ່ານ ຫວູ້ຈູງໝີ້ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເວເນຊູເອລາ ໄດ້ເນັ້ນໜັກວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແມ່ນເຫດການການເມືອງສຳຄັນຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ມີຄວາມໝາຍຕັດສິນຕໍ່ກັບກຳນົດທິດພັດທະນາຂອງປະເທດຊາດໃນໄລຍະໃໝ່. ເມື່ອເຕື້ອງເຖິງແນວທາງນະໂຍບາຍການຕ່າງປະເທດທີ່ໄດ້ສະແດງໃນບັນດາຮ່າງເອກະສານກອງປະຊຸມໃຫຍ່, ທ່ານເອກອັກຄະລັດຖະທູດ ຫວູ້ຈູງໝີ້ ຢັ້ງຢືນວ່າ ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍ ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ພ້ອມແລ້ວທີ່ຈະກອບສ່ວນເຂົ້າໃນການແກ້ໄຂບັນດາບັນຫາລວມຂອງພາກພື້ນ ແລະ ໃນໂລກ.

        ບັນດານັກຂ່າວ ເວເນຊູເອລາ ສະແດງຄວາມເອົາໃຈໃສ່ຢ່າງເລິກເຊິ່ງຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ອວຍພອນກອງປະຊຸມໃຫຍ່ດຳເນີນໄປດ້ວຍດີ, ປະສົບຜົນສຳເລັດຢ່າງຈົບງາມ; ພ້ອມທັງເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມມືຮອບດ້ານ ເວເນຊູເອລາ - ຫວຽດນາມ ຈະສືບຕໍ່ໄດ້ຮັບການປັບປຸງ, ພັດທະນາຢ່າງແຮງ.

ກໍໃນວັນດຽວກັນ, ຢູ່ນະຄອນຫຼວງ La Habana, ສະຖານທູດ ຫວຽດນາມ ປະຈຳ ກູບາ ກໍໄດ້ຈັດການຖະແຫຼງຂ່າວເພື່ອເຜີຍຂ່າວເຖິງບັນດາອົງການສື່ມວນຊົນ ກູບາ ກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top