• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫາຍ ໂຕເລິມ ສົ່ງສານຊົມເຊີຍເຖິງ ສະຫາຍ ທອງລຸນ ສີສຸລິດ

(ໜັງສືພິມ ປຊຊ ລາວ): ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງສານຊົມເຊີຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII.
ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ ທອງລຸນ ສີສຸລິດ ກ່າວປິດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ (ພາບ: TTXVN)

ເນື້ອໃນຂອງສານຊົມເຊີຍ ມີດັ່ງນີ້:

ສະຫາຍ ທອງລຸນ ສີສຸລິດ ທີ່ຮັກແພງ,

ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII, ຕາງໜ້າ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊ ແລະ ຊົມເຊີຍ ຢ່າງສຸດອົກສຸດໃຈ ມາຍັງ ສະຫາຍ. ສິ່ງດັ່ງກ່າວເປັນການຮັບຮູ້ຂອງ ພັກ, ລັດ ແລະ ປະຊາຊົນລາວ ຕໍ່ການປະກອບສ່ວນອັນໃຫຍ່ຫຼວງ, ສະຕິປັນຍາ ແລະ ຄວາມມຸ່ງມາດປາຖະໜາຂອງ ສະຫາຍ ຕະຫຼອດໄລຍະທີ່ຜ່ານມາ. ຄວາມໄວ້ວາງໃຈສູງຂອງທົ່ວພັກ, ທົ່ວປວງຊົນລາວ ທີ່ມີຕໍ່ ສະຫາຍ ໄດ້ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນຢ່າງໜັກແໜ້ນ ໃນການນໍາພາອັນສະຫຼາດສ່ອງໃສຂອງ ພັກປະຊາຊົນ ປະຕິວັດລາວ ບົນເສັ້ນທາງແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ຂ້າພະເຈົ້າສຸດທີ່ປິຕິຊົມຊື່ນ ແລະ ຊົມເຊີຍຢ່າງຈິງໃຈຕໍ່ຜົນສໍາເລັດຂອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນ ປະຕິວັດລາວ, ໂດຍສະເພາະ ການປະດິດສ້າງໃນການວາງອອກບັນດາວິໄສທັດຍຸດທະສາດ ແລະ ເປົ້າໝາຍ, ໜ້າທີ່ສໍາຄັນ ຊຶ່ງພັກວາງອອກໃຫ້ແກ່ ພາລະກິດການພັດທະນາໄລຍະຍາວຂອງ ສປປ ລາວ ໃນຕໍ່ໜ້າ. ຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ພັກປະຊາຊົນ ປະຕິວັດລາວ ແລະ ບົດບາດອັນສໍາຄັນຂອງ ສະຫາຍ, ທົ່ວພັກ, ທົ່ວປວງຊົນລາວ ແນ່ນອນຈະບັນລຸບັນດາເປົ້າໝາຍທີ່ ກອງປະຊຸມໃຫຍ່ ຄັ້ງທີ XII ວາງອອກ, ສ້າງປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ.

ສາຍພົວພັນທີ່ເປັນມູນເຊື້ອອັນດີງາມ, ຄວາມສະໜິດສະໜົມໃກ້ຊິດ, ບໍລິສຸດຜຸດຜ່ອງ ລະ ຫວ່າງ ປະຊາຊົນສອງຊາດ ຫວຽດນາມ-ລາວ ໂດຍແມ່ນ ປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ເປັນຜູ້ກໍ່ຕັ້ງ, ອອກແຮງເພີ່ມພູນຄູນສ້າງ, ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ, ພັກປະຊາຊົນ ປະຕິວັດລາວ ໃນຕະຫຼອດໄລຍະເສັ້ນທາງປະຫວັດສາດ ໄດ້ກາຍເປັນມໍລະດົກອັນລໍ້າຄ່າຂອງສອງຊາດ ແລະ ກາຍເປັນກົດເກນການພັດທະນາລວມ ຂອງສອງປະເທດ ບົນເສັ້ນທາງການພັດທະນາປະເທດຊາດ ໃຫ້ວັດທະນາຖາວອນ, ປະຊາຊົນກິນອີ່ມນຸ່ງອຸ່ນ ແລະ ມີຄວາມຜາສຸກ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ໃນຖານະຕໍາແໜ່ງອັນສູງສົ່ງຂອງຕົນ, ສະຫາຍ ຈະສືບຕໍ່ມີການປະກອບສ່ວນອັນສໍາຄັນ ເຂົ້າໃນການເພີ່ມທະວີ ແລະ ພັດທະນາສາຍພົວພັນພິເສດ ຫວຽດນາມ-ລາວ ໃຫ້ເຂັ້ມແຂງຍິ່ງໆຂຶ້ນ, ເພື່ອຜົນປະໂຫຍດ ແລະ ຄວາມປາຖະໜາຂອງປະຊາຊົນສອງຊາດ.

ເນື່ອງໃນໂອກາດນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ ສະຫາຍ ສືບຕໍ່ຍາດໄດ້ຜົນສໍາເລັດທຸກປະການໃນໜ້າທີ່ອັນສູງສົ່ງຂອງຕົນ, ສືບຕໍ່ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດປະຕິວັດ ອັນສະຫງ່າລາສີຂອງ ພັກ, ລັດ ແລະ ປະຊາຊົນລາວ, ພ້ອມກັບບັນດາສະຫາຍການນໍາ ແລະ ປະຊາຊົນລາວ - ຫວຽດນາມ ສືບຕໍ່ເພີ່ມພູນຄູນສ້າງ, ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ ນັບມື້ເລິກເຊິ່ງ ຍິ່ງໆຂຶ້ນ.

ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ຕ້ອນຮັບ ສະຫາຍ ໄປຢ້ຽມຢາມ ສສ ຫວຽດນາມ ໃນໄວໆນີ້ ເພື່ອພວກເຮົາຈະໄດ້ຮ່ວມກັນປຶກສາຫາລືບັນດາບັນຫາຍຸດທະສາດ ແລະ ກໍານົດບັນດາທິດທາງໃຫຍ່ ໃຫ້ແກ່ການພັດທະນາອັນຈົບງາມໃນອະນາຄົດ ຂອງການພົວພັນຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງປະເທດ.

ໃນໂອກາດປີໃໝ່ສາກົນ 2026, ຂໍອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງຂອງຕົນ.

(ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top