• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ເປີດ​ກວ້າງ​​ພື້ນ​ທີ່​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ ແລະ ນະ​ວັດ​ຕະ​ກຳ

ເຫດການນີ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຢ່າງແຮງຕໍ່ບັນດາຄູ່ຮ່ວມມືຝລັ່ງ ແລະ ເອີລົບ ຕໍ່ສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ ກໍ່ຄືວິໄສທັດພັດທະນາຍາວນານຂອງ ຫວຽດນາມ ໃນບັນດາຂົງເຂດເຕັກໂນໂລຢີຍຸດທະສາດ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ກ່າວຄຳເຫັນທີ່ພິທີ

ຕອນບ່າຍວັນທີ 8 ມັງກອນ, ຢູ່ຮ່າໂນ້ຍ, ສູນນະວັດຕະກຳແຫ່ງຊາດ (NIC) ໄດ້ສົມທົບກັບກຸ່ມບໍລິສັດ Dassault Systèmes (ຝລັ່ງ) ຈັດພິທີເປີດນຳໃຊ້ສູນຄົ້ນຄວ້າ ແລະ ພັດທະນາ (R&D) ພ້ອມກັບສູນດີເດັ່ນ (Center of Excellence – COE) ກ່ຽວກັບປັນຍາປະດິດ (AI) ແລະ Digital Twin; ກອງປະຊຸມສຳມະນາ “ມະຕິເລກທີ 57: ຈາກພື້ນຖານ Digital Twin ໄປເຖິງການພັດທະນາບັນດາຂະແໜງອຸດສາຫະກຳຍຸດທະສາດ”.

ກ່າວຄຳເຫັນທີ່ເຫດການ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ຫົວໜ້າຄະນະຊີ້ນຳຂອງລັດຖະບານກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ ໄດ້ເນັ້ນໜັ້ກວ່າ ເຫດການນີ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຢ່າງແຮງຕໍ່ບັນດາຄູ່ຮ່ວມມືຝລັ່ງ ແລະ ເອີລົບ ຕໍ່ສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ ກໍ່ຄືວິໄສທັດພັດທະນາຍາວນານຂອງ ຫວຽດນາມ ໃນບັນດາຂົງເຂດເຕັກໂນໂລຢີຍຸດທະສາດ.

ທ່ານ Samson Khaou ຮອງປະທານຜູ້ປະຈຳການກຸ່ມບໍລິສັດ Dassault Systèmes, ຮັບຜິດຊອບພາກພື້ນ ອາຊີ - ປາຊີຟິກ ໃຫ້ຮູ້ວ່າເຫດການເປີດຕົວຄວຍຄູ່ນີ້ໄດ້ສ້າງຂຶ້ນບົນພື້ນຖານ 20 ປີແຫ່ງຄວາມສະໜິດຕິດພັນລະຫວ່າງ ກຸ່ມບໍລິສັດ Dassault Systèmes ກັບບັນດາ ວິສາຫະກິດ, ຄູ່ຮ່ວມມື ແລະ ວົງການນັກຮຽນຮູ້ ຫວຽດນາມ, ປັບປຸງຄຳໝັ້ນສັນຍາອັນ ຍາວນານຂອງກຸ່ມບໍລິສັດຕໍ່ກັບວິວັດການຫັນເປັນດີຈີຕອນ ແລະ ອຸດສາຫະກຳ ຂອງ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top