ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ (ເບື້ອງຂວາ) ໃຫ້ກຽດຕ້ອນຮັບ ທ່ານ ພົນຕີ ເລ ກວກ ຮຸ່ງ, ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ໃນໂອກາດເດີນທາງມາເຂົ້າຢ້ຽມຢາມ ແລະ ອວຍພອນ. ພາບ: ຊວນຕູ້/VNA
ໃນໂອກາດເຂົ້າຮ່ວມຄະນະຜູ້ແທນພິເສດຂອງ ທ່ານ ໂຈ ເລີມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ທີ່ເດີນທາງມາອວຍພອນໄຊອັນສະຫງ່າລາສີ ແກ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ; ໃນຕອນແລງຂອງວັນທີ 8 ມັງກອນ, ທ່ານ ພົນຕີ ເລ ກວກ ຮຸ່ງ, ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນ ປະຕິວັດລາວ.
ນອກຈາກນັ້ນ, ທ່ານ ພົນຕີ ເລ ກວກ ຮຸ່ງ ຍັງໄດ້ເຂົ້າອວຍພອນ ທ່ານ ວັນທອງ ກອງມະນີ, ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆອັດຕະປື, ອະດີດຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບລາວ ໃນໂອກາດທີ່ໄດ້ຮັບເລືອກຕັ້ງເຂົ້າໃນ ຄະນະເລຂາທິການສູນກາງພັກ; ອວຍພອນ ທ່ານ ທອງລີ ສີສຸລິດ, ກຳມະການສູນກາງພັກ, ເລຂາທີໜຶ່ງ ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ກຳມະການສະມາຄົມມິດຕະພາບ ລາວ-ຫວຽດນາມ; ພ້ອມທັງບັນດາການນຳ ກະຊວງປ້ອງກັນຄວາມສະຫງົບລາວ ທີ່ໄດ້ຮັບເລືອກຕັ້ງເປັນ ກຳມະການສູນກາງພັກ ເຊິ່ງລວມມີ: ທ່ານ ພົນຕີ ຄຳກິ່ງ ຜຸຍຫຼ້າມະນີວົງ, ທ່ານ ພົນຈັດຕະວາ ຄອນສະຫວັນ ສົມພາໄຊ, ທ່ານ ພົນຈັດຕະວາ ລີວົງ ເລົ່າລີ ແລະ ທ່ານ ພົນຈັດຕະວາ ກົງສະຫວັດ ບຸນລ້ຽງ, ຫົວໜ້າກົມໃຫຍ່ຕຳຫຼວດ ເຊິ່ງໄດ້ຮັບເລືອກຕັ້ງເປັນ ກຳມະການສຳຮອງສູນກາງພັກ.
ໃນການພົບປະ, ທ່ານ ພົນຕີ ເລ ກວກ ຮຸ່ງ ໄດ້ນຳເອົາຄຳອວຍພອນອັນອົບອຸ່ນ ແລະ ຈິງໃຈທີ່ສຸດ ຈາກຄະນະພັກປ້ອງກັນຄວາມສະຫງົບສູນກາງ, ການນຳກະຊວງ ແລະ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຫວຽດນາມ ສົ່ງເຖິງ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ພ້ອມດ້ວຍບັນດາການນຳ ກະຊວງປ້ອງກັນຄວາມສະຫງົບລາວ ຕໍ່ກັບຜົນສຳເລັດອັນສະຫງ່າງາມຂອງກອງປະຊຸມໃຫຍ່ ແລະ ການທີ່ບັນດາທ່ານໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ໃຫ້ດຳລົງຕຳແໜ່ງອັນສູງສົ່ງໃນສະໄໝກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ.
VNA/VNP