• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທະ​ຫານ​ເຮືອ​ເຂດ 5 ກຽມ​ພ້ອມ​ໃຫ້​ແກ່​ການ​ຢ້ຽມ​ຢາມ, ອວຍ​ພອນທະ​ຫານ​ປະ​ຊາ​ຊົນ​ເຂດ​ເກາະ ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ

ວັນທີ 09 ມັງກອນ, ຢູ່ເຂດພິເສດ ຝຸກວັກ, ແຂວງ ອານຢາງ, ກອງບັນຊາການທະຫານເຮືອເຂດ 5 ໄດ້ຂົນສົ່ງຂອງຂວັນ, ວັດຖຸອຸປະກອນຂຶ້ນກ່ຳປັ່ນລຳຕ່າງໆ, ເພື່ອກະກຽມໃຫ້ແກ່ການໄປຢ້ຽມຢາມ ແລະ ອວຍພອນປີໃໝ່ທະຫານ ແລະ ປະຊາຊົນເຂດເກາະ ຕາເວັນຕົກສ່ຽງໃຕ້ຂອງປະເທດຊາດ.
ບັນດາທະຫານເຮືອເຂດ 5 ຂົນສົ່ງດອກຄາຍ, ດອກເໝີຍ ຂຶ້ນກ່ຳປັ່ນໝາກເລກ 528

ການຢ້ຽມຢາມ ແລະ ອວຍພອນປີໃໝ່ທະຫານ, ປະຊາຊົນ ແລະ ບັນດາຫົວໜ່ວຍຢູ່ສະຖານທີ່ຕ່າງໆໃນເກາະ ຕາເວັນຕົກສ່ຽງໃຕ້ປີ 2026 ມີການເຂົ້າຮ່ວມຂອງຜູ້ແທນກວ່າ 200 ທ່ານທີ່ມາຈາກບັນດາແຂວງ, ນະຄອນ, ບັນດາອົງການສື່ມວນຊົນສູນກາງ, ທ້ອງຖິ່ນ, ໝູ່ຄະນະ, ວິສາຫະກິດ ແລະ ບັນດາພະນັກງານນັກຮົບຂອງທະຫານເຮືອເຂດ 5. ທ່ານຮ້ອຍເອກ ຫງວຽນວັນຢຸຍ, ກອງທະຫານເຮືອ 511, ກອງພັນນ້ອຍ 127, ທະຫານເຮືອເຂດ 5, ແບ່ງປັນວ່າ:

        “ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນ, ມີຄວາມເປັນກຽດ ແລະ ພາກພູມໃຈເປັນຍິ່ງເມື່ອມີບັນດາຄະນະປະຕິບັດງານຈາກບັນດາແຂວງ, ນະຄອນມາຢ້ຽມຢາມ ແລະ ອວຍພອນບຸນປີໃໝ່ເຂດທະເລໝູ່ເກາະ ຕາເວັນຕົກສ່ຽງໃຕ້ຂອງປະເທດຊາດ. ພວກຂ້າພະເຈົ້າໄດ້ຮັບຕົ້ນດອກຄາຍຈາກພາກເໜືອ, ພວກຂ້າພະເຈົ້າຮູ້ສຶກອົບອຸ່ນທີ່ສຸດ ເພາະວ່າເຖິງວ່າຕ້ອນຮັບບຸນເຕັດຢູ່ໄກບ້ານກໍຕາມ ແຕ່ກໍມີບັນຍາກາດຂອງບຸນເຕັດ ຄືກັນກັບຢູ່ບ້ານເກີດເມືອງນອນ.”

(ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top