ຫວຽດນາມ ຊົມເຊີຍ ກຳປູເຈຍ ແລະ ໄທ ລົງນາມໃນເອກະສານສັນຕິພາບ. ນີ້ແມ່ນຄຳຢືນຢັນຂອງທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເມື່ອເຕື້ອງເຖິງປະຕິກິຕິຍາຂອງ ຫວຽດນາມ ຕໍ່ເລື່ອງ ກຳປູເຈຍ ແລະ ໄທ ລົງນາມໃນເອກະສານສັນຕິພາບ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ທີ່ໄດ້ຈັດຂຶ້ນຢູ່ ມາເລເຊຍ. ທ່ານນາງ ຟ້າມທູຮັ່ງ ຊີ້ແຈ້ງວ່າ ເອກະສານສັນຕິພາບທີ່ລົງນາມໃນວັນທີ 26 ຕຸລາ 2025 ແມ່ນບາດກ້າວສຳຄັນ, ຕັ້ງໜ້າ, ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ໄທ ແລະ ກຳປູເຈຍ ຕໍ່ກັບສັນຕິພາບ, ການຮ່ວມມື ແລະ ພັດທະນາ, ສອດຄ່ອງກັບກົດບັດ ອາຊຽນ ແລະ ສົນທິສັນຍາໄມຕີຈິດ ແລະ ການຮ່ວມມືຢູ່ ອາຊີຕາເວັນອອກສ່ຽງໃຕ້ (TAC).
ທ່ານນາງ ຟ້າມທູຮັ່ງ ຢືນຢັນວ່າ ຫວຽດນາມ ຕີລາຄາສູງຄວາມມານະພະຍາຍາມຂອງບັນດາປະເທດ, ໃນນັ້ນມີ ມາເລເຊຍ, ປະທານ ອາຊຽນ 2025 ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim, ອາເມລິກາ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump, ແລະ ບັນດາຝ່າຍທີ່ກ່ຽວຂ້ອງໃນວິວັດການຊອກຫາມາດຕະການສັນຕິພາບໃຫ້ແກ່ບັນຫານັ້ນ. ຫວຽດນາມ ສືບຕໍ່ຕັ້ງໜ້າເຂົ້າຮ່ວມບັນດາຄວາມມານະພະຍາຍາມລວມຂອງ ອາຊຽນ ໜູນຊ່ວຍ ກຳປູເຈຍ ແລະ ໄທ ເພື່ອຜັນຂະຫຍາຍເອກະສານດັ່ງກ່າວຢ່າງຄົບຖ້ວນ, ມີປະສິດທິຜົນ.







