• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມແລະອານເຊຣີເພີ່ມທະວີການຮ່ວມມືດ້ານເສດຖະກິດ,ການຄ້າລະຫວ່າງທ້ອນຖິ່ນຕ່າງໆ

ໃນລະຫວ່າງວັນທີ 10 – 13 ເມສາ, ຄະນະປະຕິບັດງານຂອງສະຖານທູດຫວຽດນາມ ໂດຍທ່ານເອກອັກຄະລັດຖະທູດ ຟ້າມກ໋ວກຈຸ ນຳໜ້າ, ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ Tamanrasset, ທາງພາກໃຕ້ອາເຊຣີ.


ທ່ານເອກອັກຄະລັດຖະທູດ ຟ້າມກ໋ວກຈຸ ເຮັດວຽກຢູ່ແຂວງ Tamanrasset 

(ພາບ: TTXVN)

ໃນເວລາໄປປະຕິບັດງານ, ຄະນະຜູ້ແທນໄດ້ມີບັນດາການເຮັດວຽກກັບເຈົ້າແຂວງ Tamanrasset, ທ່ານ Doumi Djillali ແລະ ການນຳຫ້ອງການການຄ້າ ແລະ ອຸດສາຫະກຳທ້ອງຖິ່ນດັ່ງກ່າວ. ຢູ່ທີ່ນີ້, 2 ຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການເສດຖະກິດ, ສັງຄົມ, ຕະຫຼາດ ແລະ ຄວາມຕ້ອງການພັດທະນາການຮ່ວມມືຂອງແຕ່ລະຝ່າຍ, ຄວາມສາມາດບົ່ມຊ້ອນ ແລະ ບັນດາກາລະໂອກາດດຳເນີນທຸລະກິດລະຫວ່າງວິສາຫະກິດຂອງ 2 ປະເທດ, ກໍ່ຄືບັນດາມາດຕະການລະອຽດເພື່ອແນໃສ່ຊຸກຍູ້ການພົວພັນດ້ານເສດຖະກິດລະຫວ່າງຫວຽດນາມ ກັບທ້ອງຖິ່ນນີ້ຫຼາຍກວ່າອີກ.

(ແຫຼ່ງຄັດຈາກ VOV)


ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top