• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຕີລາຄາສູງແຫຼ່ງທຶນ ODA ຂອງຍີປຸ່ນໃນການພັດທະນາເສດຖະກິດສັງຄົມ

ຫວຽດນາມຕີລາຄາສູງແຫຼ່ງທຶນ ODA ຂອງຍີປຸ່ນໃນການພັດທະນາເສດຖະກິດສັງຄົມ. ນີ້ແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບີງມິນ ເມື່ອວັນທີ 30 ມັງກອນ ທີ່ການຕ້ອນຮັບທ່ານລັດຖະມົນຕີຮັບຜິດຊອບກິດຈະການກະຊວງການຕ່າງປະເທດຍີປຸ່ນ Kazuyuki Nakane ເຂົ້າຢ້ຽມຄຳນັບ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບີງມິນ
ແລະ  ທ່ານລັດຖະມົນຕີຮັບຜິດຊອບກິດຈະກຳກະຊວງການຕ່າງປະເທດຍີປຸ່ນ Kazuyuki Nakane

      ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບີງມິນ ເນັ້ນໜັກວ່າ ປີ 2018 ແມ່ນປີທີ່2 ປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບີງມິນ ສະເໜີ 2 ປະເທດສືບຕໍ່ຊຸກຍູ້ການຢ້ຽມຢາມຂອງການນຳຂັ້ນສູງ, ເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ….

     ສ່ວນ ທ່ານລັດຖະມົນຕີຮັບຜິດຊອບກິດຈະກຳກະຊວງການຕ່າງປະເທດຍີປຸ່ນ Kazuyuki Nakane ເນັ້ນໜັກເຖິງການພັດທະນາເສດຖະກິດ ແລະ ການປະຕິຮູບດ້ານການບໍລິຫານ, ໃນນັ້ນມີການກໍ່ສ້າງພື້ນຖານໂຄງລ່າງຄຸນນະພາບສູງ, ຊຸກຍູ້ການເຈລະຈາເພື່ອລົງນາມໃນສັນຍາໜູນຊ່ວຍດ້ານຍຸດຕິທຳໃນຄະດີອາຍາ ແລະ ສັນຍາສົ່ງຜູ້ຕ້ອງໂທດ.

(ແຫຼ່ງຄັດຈາກ VOV)


ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top