• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຈະຕ້ອນຮັບປະມຸກລັດ ມາເຂົ້າຮ່ວມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ ຫຼາຍສຸດນັບແຕ່ກ່ອນມາ

      ວິສາຫະກິດ ແລະ ການປະຕິວັດ ອຸດສາຫະກຳຄັ້ງທີ 4”. ຕາມແຈ້ງການຂອງ WEF ແລ້ວ, ຈະມີປະມຸກລັດຂອງ 8 ປະເທດອາຊຽນເຂົ້າຮ່ວມ, ໃນນັ້ນມີ ປະທານາທິບໍດີ ຟີລິບປິນ...

ພາບປະກອບ
      ວັນທີ 9 ສິງຫາ, ຄະນະຈັດຕັ້ງເວທີປາໄສເສດຖະກິດໂລກ (WEF) ໃຫ້ຮູ້ວ່າ: ປະມຸກລັດ ມາເຂົ້າຮ່ວມເວທີປາໄສເສດຖະກິດໂລກກ່ຽວກັບສະມາຄົມປະຊາຊາດ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ທີ່ນະຄອນຫຼວງຮ່າໂນ້ຍ, ໃນເດືອນ ກັນຍາທີ່ຈະມາເຖິງນີ້ແມ່ນ ຫຼາຍສຸດນັບແຕ່ກ່ອນມາ, ເພື່ອປຶກສາຫາລືກັນໃນຫົວຂໍ້: “ອາຊຽນ 4.0: ວິສາຫະກິດ ແລະ ການປະຕິວັດ ອຸດສາຫະກຳຄັ້ງທີ 4”. ຕາມແຈ້ງການຂອງ WEF ແລ້ວ, ຈະມີປະມຸກລັດຂອງ 8 ປະເທດອາຊຽນເຂົ້າຮ່ວມ, ໃນນັ້ນມີ ປະທານາທິບໍດີ ຟີລິບປິນ; ນາຍົກລັດຖະມົນຕີ ມາເລເຊຍ; ການນຳ Aung San Suu Kyi ຂອງມຽນມາ; ນາຍົກລັດຖະມົນຕີ ສິງກະໂປ; ນາຍົກລັດຖະມົນຕີ ກຳປູເຈຍ…
ຄາດວ່າເວທີປາໄສຈະຈັດຂຶ້ນໃນລະຫວ່າງວັນທີ 11-13 ກັນຍາ ທີ່ ຮ່າໂນ້ຍ, ໂດຍມີການເຂົ້າຮ່ວມຂອງບັນດາການນຳວິສາຫະກິດ, ລັດຖະບານ, ພົນລະເຮືອນສັງຄົມ, ສື່ມວນຊົນຈຳນວນ 800 ກວ່າຄົນ ເພື່ອຮ່ວມປຶກສາຫາລືຫຼາຍໆບັນຫາສາກົນໃນປັດຈຸບັນ, ນັບແຕ່ຄວາມຂັດແຍ່ງທາງດ້ານການເມືອງຕະຫຼອດຮອດການຄຸ້ມຄອງບໍລິຫານວິສາຫະກິດ, ການນຳໃຊ້ແຮງງານໃນສະພາບການແຫ່ງການປະຕິວັດອຸດສະຫະກຳຄັ້ງທີ 4. ບັນດາການນຳຈະໄດ້ປຶກສາຫາລືກັນກ່ຽວກັບຫຼາຍບັນຫາຢ່າງລະອຽດ, ໃນນັ້ນມີ ຄວາມດຸ່ນດ່ຽງອຳນາດໃໝ່ຢູ່ທະວີບອາຊີ, ອະນາຄົດກ່ຽວກັບວຽກງານຢູ່ອາຊຽນ, ແງ່ຫວັງຂອງເສດຖະກິດອາຊີ, ການຊຸກຍູ້ປະຊາຄົມເສດຖະກິດອາຊຽນ, ພ້ອມກັບຫຼາຍບັນຫາກ່ຽວກັບເຕັກໂນໂລຊີໃນພື້ນຖານເສດຖະກິດດິຈິຕອນ. 
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top