• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວນຄືນ AMM 54: ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືຕັດສິນໃຈຜ່ານຜ່າສິ່ງທ້າທາຍ

      ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 54 (AMM54) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໄດ້ສິ້ນສຸດລົງພາຍຫຼັງການເຮັດວຽກມາເປັນເວລາ 1 ອາທິດ ດ້ວຍໝາກຜົນສຳຄັນຫຼາຍຢ່າງ. ໃນນັ້ນພົ້ນເດັ່ນແມ່ນບັນດາຄວາມຕັດສິນໃຈຂອງ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືໃນການແກ້ໄຂບັນດາສິ່ງທ້າທາຍໃນພາກພື້ນ. ຫວນຄືນອາທິດໜຶ່ງແຫ່ງການເຄື່ອນໄຫວຂອງບັນດາກອງປະຊຸມ, ນັກຂ່າວ VOV ໄດ້ມີການສຳພາດທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໊ວກຢຸງ ກ່ຽວກັບບັນດາໝາກຜົນສຳຄັນຂອງກອງປະຊຸມ.
ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກ໊ວກຢຸງ (ພາບ: Baoquocte)
      ນັກຂ່າວ: ຮຽນທ່ານຮອງລັດຖະມົນຕີ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນຄັ້ງທີ 54 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ສິ້ນສຸດລົງພາຍຫຼັງການເຮັດວຽກມາເປັນເວລາ 1 ອາທິດ. ຕາມທ່ານແລ້ວ, ຈຸດເນັ້ນສຳຄັນທີ່ສຸດ ເຊິ່ງບັນດາກອງປະຊຸມຄັ້ງນີ້ ບັນລຸໄດ້ແມ່ນຫຍັງ?
            ທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸງ: ກອງປະຊຸມຄັ້ງນີ້ ໄດ້ດຳເນີນໃນໄລຍະເວລາພິເສດທີ່ສຸດ. ອາຊຽນພວມປະສົບກັບສິ່ງທ້າທາຍຫຼາຍຢ່າງ, ອາດເວົ້າໄດ້ວ່າ ແມ່ນຫຍຸ້ງຍາກ ທີ່ສຸດ, ຍ້ອນການລະບາດຮອບໃໝ່ຂອງ ໂລກລະບາດໂຄວິດ 19 ດ້ວຍເຊື້ອໄວຣັດ ຫຼາຍສາຍພັນ ຢູ່ພາກພື້ນ, ກໍ່ຄືການແກ່ງແຍ້ງກັນດ້ານຍຸດທະສາດທີ່ນັບມື້ນັບຮ້າຍແຮງລະຫວ່າງບັນດາປະເທດໃຫຍ່, ສະພາບການສັບສົນຢູ່ທະເລຕາເວັນອອກ, ສະພາບການຢູ່ມຽນມາ. ໃນສະພາບການນັ້ນ, ອາດຢັ້ງຢືນວ່າ ຍິ່ງຫຍຸ້ງຍາກ ຍິ່ງສະແດງໃຫ້ເຫັນຄຸນຄ່າ, ກໍ່ຄືຄວາມຮັບຮູ້ກ່ຽວກັບຄຸນຄ່າຂອງ ອາຊຽນ, ນັບມື້ນັບໄດ້ເພີ່ມຂຶ້ນ, ຄວາມຕັດສິນໃຈຂອງບັນດາປະເທດ ອາຊຽນ ນັບມື້ນັບເພີ່ມຂຶ້ນສູງ, ໄດ້ຮັບການສະໜັບສະໜູນກໍ່ຄືຄຳໝັ້ນສັນຍາຢ່າງແຮງຈາກບັນດາປະເທດໃນພາກພື້ນ ກ່ຽວກັບຄວາມເຄົາລົບບົດບາດຂອງ ອາຊຽນ. ຂ້າພະເຈົ້າຖືວ່າ ນີ້ແມ່ນໝາກຜົນດີທີ່ສຸດ.
        ຈຸດທີ 2 ແມ່ນກ່ຽວກັບບັນຫາຫຍຸ້ງຍາກທີ່ສຸດຢູ່ພາກພື້ນໃນປັດຈຸບັນ, ນັ້ນແມ່ນບັນຫາ ມຽນມາ. ຢູ່ກອງປະຊຸມຄັ້ງນີ້ ອາຊຽນໄດ້ຕັດສິນໃຈຜັນຂະຫຍາຍປະຕິບັດ ການເຫັນດີເຫັນພ້ອມ 5 ປະການຂອງບັນດາການນຳ ແລະ ບັນລຸໄດ້ຄວາມເຫັນດີເຫັນພ້ອມ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກໃນການສົ່ງທູດພິເສດ ແມ່ນທ່ານປະທານອາຊຽນ, ລັດຖະມົນຕີການຕ່າງປະເທດຜູ້ທີ 2 ຂອງ ບຣູໄນ.
ກ່ຽວກັບບັນຫາໂຄວິດ - 19, ອາຊຽນກໍ່ໄດ້ຢັ້ງຢືນຈະສືບຕໍ່ບັນດາແຜນການຮ່ວມມືເຊິ່ງກັນແລະກັນ ກໍ່ຄືໄດ້ຮັບຫຼາຍຄຳໝັ້ນສັນຍາຈາກບັນດາປະເທດຄູ່ຮ່ວມມືເພື່ອແນໃສ່ໜູນຊ່ວຍ ອາຊຽນ ຜ່ານຜ່າໂລກລະບາດໂຄວິດ - 19, ນັບມື້ນັບໄດ້ຮັບວັກຊິນຫຼາຍຂຶ້ນ, ກໍ່ຄືການປະຕິບັດແຜນການຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ - 19.
ກ່ຽວກັບການທູດ, ອາຊຽນກໍ່ບັນລຸໄດ້ຂີດໝາຍສຳຄັນທີ່ສຸດ, ນັ້ນແມ່ນການຕົກລົງໃຫ້ ລາຊະອານາຈັກ ອັງກິດ ກາຍເປັນຄູ່ຮ່ວມມືການຕ່າງປະເທດຂອງ ອາຊຽນ.
          ນັກຂ່າວ: ຮຽນທ່ານຮອງລັດຖະມົນຕີ, ໃນບັນດາກອງປະຊຸມປຶກສາຫາລື, ບັນຫາຄວາມປອດໄພ, ໝັ້ນຄົງໃນການເດີນເຮືອຢູ່ທະເລຕາເວັນອອກ ໄດ້ຮັບຄວາມສົນໃຈທີ່ສຸດຈາກອາຊຽນ ແລະ ບັນດາປະເທດຄຸູ່ຮ່ວມມື. ຫຼັກໝັ້ນຂອງ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືບັນລຸໄດ້ບັນດາຈຸດລວມທີ່ເປັນໜ້າສົນໃຈໃດແດ່?
          ທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸງ: ສະພາບການຢູ່ທະເລຕາເວັນອອກກໍ່ມີບັນດາສິ່ງສັບສົນ. ໃນສະພາບການນັ້ນ, ອາຊຽນ ຍັງຄົງຮັກສາທັດສະນະສະເໝີຕົ້ນສະເໝີປາຍຂອງຕົນ ແມ່ນສະໜັບສະໜູນ, ເນັ້ນໜັກເຖິງຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບ ກໍ່ຄືຄວາມເສລີໃນການເດີນເຮືອຢູ່ພາກພື້ນ, ຕ້ອງສ້າງຄວາມໄວ້ເນື້ອເຊື່ອໃຈ. ບັນດາປະເທດຄວນອົດກັ້ນ ບໍ່ປະໃຫ້ມີບັນດາການກະທຳທີ່ເຮັດໃຫ້ຄວາມເຄັ່ງຕຶງປິນຂັ້ນໄດ ຫຼື ມີບັນດາການກະທຳຄື: ຫັນເປັນການທະຫານ, ສ້າງໝູ່ເກາະຄືນໃໝ່, ບັນດາການກະທຳກໍ່ຜົນເສຍຫາຍຕໍ່ສິດຜົນປະໂຫຍດອັນຊອບທຳຂອງບັນດາປະເທດແຄມທະເລ. ບັນດາປະເທດໄດ້ມີຄວາມເຫັນດີເຫັນພ້ອມຢ່າງສູງທີ່ສຸດໃນການຍົກສູງບົດບາດຂອງກົດໝາຍສາກົນ, ໃນນັ້ນມີ UNCLOS 1982, ເນັ້ນໜັ້ກເຖິງບົດບາດຂອງ UNCLOS ແມ່ນຂອບເຂດເພື່ອປະສານທຸກການເຄື່ອນໄຫວຂອງບັນດາປະເທດຢູ່ທະເລ ແລະ ມະຫາສະໝຸດ.
        ອີກຈຸດສຳຄັນໜຶ່ງນັ້ນແມ່ນ ບັນດາປະເທດໄດ້ເຫັນດີເປັນເອກະພາບ COC ຕ້ອງແທດຈິງ, ສັງລວມ, ພ້ອມທັງຕ້ອງເໝາະສົມກັບກົດໝາຍສາກົນ, ພິເສດແມ່ນ UNCLOS 1982. ຈຸດໃໝ່ນັ້ນແມ່ນ ກ່ອນນີ້ພຽງແຕ່ແມ່ນທັດສະນະຂອງ ອາຊຽນ ແຕ່ປັດຈຸບັນ ຈີນກໍ່ໄດ້ຍອມຮັບທັດສະນະນີ້. ແລະສິ່ງນີ້ຈະກຳນົດທິດວິວັດການເຈລະຈາ ເພື່ອສ້າງ COC ໃນໄລຍະຈະມາເຖິງ
       ນັກຂ່າວ: ຮຽນທ່ານຮອງລັດຖະມົນຕີ?ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 54 (AMM54) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຫວຽດນາມ ໄດ້ສະເໜີບັນດາຂໍ້ລິເລີ່ມຫຍັງເພື່ອຊຸກຍູ້ຈິດໃຈສາມັກຄີກັນ, ຮ່ວມແຮງຮ່ວມໃຈແກ້ໄຂບັນດາສິ່ງທ້າທາຍລວມຂອງ ກຸ່ມ.
ທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸງຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ດ້ວຍທີ່ຕັ້ງບົດບາດ ແມ່ນຫາກໍ່ປະຕິບັດສຳເລັດໜ້າທີ່ປະທານອາຊຽນ ປີ 2020 ດ້ວຍຈຸດເລີ່ມດຳເນີນ, ຂໍ້ສະເໜີ, ຂໍ້ລິເລີ່ມ ຫຼາຍຢ່າງ ເຊິ່ງພວກເຮົາໄດ້ສະເໜີໃນປີ 2020. ບົນຈິດໃຈນັ້ນ, ພວກເຮົາຈະສືບຕໍ່ເສີມຂະຫຍາຍບົດບາດຊຸກຍູ້ການຜັນຂະຫຍາຍບັນດາໝາກຜົນຂອງພວກເຮົາກໍ່ຮັກສາໄດ້ບັນດາຄວາມສົນໃຈຂອງຕົນ ໃນໂຄງການດຳເນີນງານຂອງ ອາຊຽນ, ໃນນັ້ນພິເສດແມ່ນການສະໜິດຕິດພັນໃນການຮ່ວມມື ເຂດອານຸພາກພື້ນ ກັບບັນດາໂຄງການຮ່ວມມືຂອງ ອາຊຽນ. ພວກເຮົາກໍ່ໄດ້ເສີມຂະຫຍາຍບົດບາດຢ່າງຕັ້ງໜ້າໃນການແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນສະພາບການທີ່ມີທັດສະນະຫຼາຍຢ່າງ, ຄຳເຫັນທີ່ແຕກຕ່າງກັນໃນກອງປະຊຸມ. ພວກເຮົາແມ່ນຜູ້ຍົກອອກບັນດາຂໍ້ສະເໜີ ກໍ່ຄືຂົນຂວາຍບັນດາປະເທດ ເພື່ອມຸ່ງໄປເຖິງບັນດາຂໍ້ຕົກລົງ ກ່ຽວກັບມຽນມາ, ກ່ຽວກັບທູດພິເສດມຽນມາ, ກໍ່ຄືບັນລຸໄດ້ຄວາມເຫັນດີເຫັນພ້ອມໃນເລື່ອງໃຫ້ອັງກິດ ກາຍເປັນຄູ່ຮ່ວມມືຄູ່ເຈລະຈາຂອງ ອາຊຽນ. ນອກຈາກນັ້ນ, ພວກເຮົາກໍ່ໄດ້ຍູ້ແຮງເລື່ອງ ໃຫ້ບັນດາປະເທດຄູ່ຮ່ວມມືຂອງ ອາຊຽນ ເພີ່ມທະວີການຮ່ວມມື, ໃຫ້ຄຳໝັ້ນສັນຍາໜູນຊ່ວຍ ອາຊຽນ ທາງດ້ານວັກຊິນ ກໍ່ຄືການຖ່າຍທອດເຕັກໂນໂລຢີເພື່ອຜະລິດວັກຊິນຢູ່ບັນດາປະເທດ ອາຊຽນ.
ນັກຂ່າວຂໍຂອບໃຈທ່ານຮອງລັດຖະມົນຕີ.
(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ແຂວງ ດຽນ​ບຽນ ແລະ ສ.ຝລັ່ງ

ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ແຂວງ ດຽນ​ບຽນ ແລະ ສ.ຝລັ່ງ

ໃນການພົບປະ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບໝາກຜົນຂອງບາງໂຄງການຮ່ວມມືທີ່ພວມໄດ້ຮັບການຜັນຂະຫຍາຍໃນບໍລິເວນແຂວງດຽນບຽນ ດ້ວຍການໜູນຊ່ວຍຂອງບັນດາອົງການລັດຖະບານຝລັ່ງໃນບັນດາຂົງເຂດຄືວັດທະນະທຳ, ການທ່ອງທ່ຽວ ແລະ ກະສິກຳ.

Top