ສົນທິສັນຍາສະບັບດັ່ງກ່າວມີຄວາມຜູກມັດກ່ຽວກັບດ້ານນິຕິກຳ ເພື່ອແນໃສ່ອະນຸລັກຮັກສາ ແລະ ຮັບປະກັນການນຳໃຊ້ຊີວະນາໆພັນຢູ່ມະຫາສະໝຸດແບບຍືນຍົງ. ສົນທິສັນຍາສະບັບນີ້ ຈະມີຜົນສັກສິດຢ່າງເປັນທາງການ ພາຍຫຼັງທີ່ໄດ້ຮັບການພິຈາລະນາປະໂຫຍກ, ຄຳເວົ້າຢ່າງເຄັ່ງຄັດຈາກບັນດາທະນາຍຄວາມ ແລະ ຈະໄດ້ແປອອກເປັນ 6 ພາສາ ທາງການຂອງ ສປຊ.
ເຖິງວ່າເອກະສານສະບັບດັ່ງກ່າວຍັງບໍ່ທັນໄດ້ປະກາດຢ່າງເປັນທາງການກໍຕາມ, ແຕ່ສຳລັບນັກເຄື່ອນໄຫວໃນຂະແໜງສິ່ງແວດລ້ອມ ຖືວ່າ ເລື່ອງບັນດາປະເທດບັນລຸໄດ້ຄວາມເຫັນດີເຫັນພ້ອມຕໍ່ສົນທິສັນຍາສະບັບນີ້ ພາຍຫຼັງເຈລະຈາມາເປັນເວລາຍາວນານ ແມ່ນບາດກ້າວກະໂດດຂັ້ນໃນການປົກປັກຮັກສາຊີວະນາໆພັນ.
ຄະນະຜູ້ແທນ ຫວຽດນາມ ໂດຍທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີການປະກອບສ່ວນຢ່າງແທດຈິງເຂົ້າໃນວິວັດທະນາການເຈລະຈາຢູ່ກອງປະຊຸມ. ຄະນະຜູ້ແທນ ຫວຽດນາມ ກໍໄດ້ຍົກອອກຫຼາຍຂໍ້ສະເໜີແນະ ເພື່ອຜົນປະໂຫຍດລວມຂອງບັນດາປະເທດພວມພັດທະນາ, ພິເສດແມ່ນຂໍ້ກຳນົດຕ່າງໆ ທີ່ກ່ຽວຂ້ອງເຖິງການສ້າງກຳລັງຄວາມສາມາດ ແລະ ຖ່າຍທອດເຕັກໂນໂລຢີທາງທະເລ.