• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງຕັ້ງໜ່ວຍງານພິເສດຂອງນາຍົກລັດຖະມົນຕີ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ແລະ ປະຊາຊົນ

      ໜ່ວຍງານ ແມ່ນອົງການສົມທົບລະຫວ່າງຂະແໜງ, ມີໜ້າທີ່ຊ່ວຍໃຫ້ລັດຖະບານ, ທ່ານນາຍົກລັດຖະມົນຕີຄົ້ນຄ້ວາ, ຊີ້ນຳ, ສົມທົບກັນແກ້ໄຂບັນດາວຽກງານສຳຄັນ, ລະຫວ່າງຂະແໜງໃນການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ແລະ ປະຊາຊົນທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19.
ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ເປັນຫົວໜ້າໜ່ວຍງານ (ພາບ:  baodansinh.vn)
      ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຫາກໍ່ລົງນາມຂໍ້ຕົກລົງສ້າງຕັ້ງໜ່ວຍປະຕິບັດງານພິເສດ ຂອງ ນາຍົກລັດຖະມົນຕີ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ ໃຫ້ແກ່ ວິສາຫະກິດ ແລະ ປະຊາຊົນທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19. ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ເປັນຫົວໜ້າໜ່ວຍງານ. ໜ່ວຍງານ ແມ່ນອົງການສົມທົບລະຫວ່າງຂະແໜງ, ມີໜ້າທີ່ຊ່ວຍໃຫ້ລັດຖະບານ, ທ່ານນາຍົກລັດຖະມົນຕີຄົ້ນຄ້ວາ, ຊີ້ນຳ, ສົມທົບກັນແກ້ໄຂບັນດາວຽກງານສຳຄັນ, ລະຫວ່າງຂະແໜງໃນການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ແລະ ປະຊາຊົນທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19. ໜ່ວຍງານພິເສດມີໜ້າທີ່ເປັນເຈົ້າການສຳຜັດ, ກຳແໜ້ນ, ຮັບຮູ້ຂໍ້ມູນ, ລວບລວມບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງວິສາຫະກິດ ແລະ ປະຊາຊົນ, ສະເໜີຕໍ່ນາຍົກລັດຖະມົນຕີ ທິດທາງ, ວິທີການແກ້ໄຂຢ່າງທັນການເພື່ອຊີ້ນຳບັນດາບັນຫາສຳຄັນ, ຮີບດ່ວນ, ມີລັກສະນະລະຫວ່າງເຂດ, ລະຫວ່າງຂະແໜງ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ ໃຫ້ແກ່ ວິສາຫະກິດ ແລະ ປະຊາຊົນທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19, ສົມທົບກັບບັນດາໜ່ວຍປະຕິບັດງານ ຂອງນາຍົກລັດຖະມົນຕີ ຢ່າງແໜ້ນແຟ້ນ ກ່ຽວກັບການກວດກາຄືນ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ແລະ ຊຸກຍູ້ການປະຕິບັດໂຄງການລົງທຶນ ຢູ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເພື່ອເປັນເສນາທິການໃຫ້ແກ່ ນາຍົກລັດຖະມົນຕີ ໃນການແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງ.
(ແຫຼ່ງຄັດຈາກ VOV)

ບັນ​ດາ​ປະ​ເທດ​ ອີ​ຢູ ຮຽກ​ຮ້ອງ​ໃຫ້​ປະ​ຕິ​ຮູບ​ຂໍ້​ກຳ​ນົດ​ອຸດ​ສາ​ຫະ​ກຳ

ບັນ​ດາ​ປະ​ເທດ​ ອີ​ຢູ ຮຽກ​ຮ້ອງ​ໃຫ້​ປະ​ຕິ​ຮູບ​ຂໍ້​ກຳ​ນົດ​ອຸດ​ສາ​ຫະ​ກຳ

ການກະທຳນີ້ຖືກຖືວ່າ ແມ່ນສ່ວນໜຶ່ງໃນຄວາມມານະພະຍາຍາມຂອງ ເອີລົບ ແນ່ໃສ່ປັບປຸງຄວາມສາມາດເປັນເຈົ້າການຍຸດທະສາດ...

Top