• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສົນທິສັນຍາ ຮ່າໂນ້ຍ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມສາກົນຕໍ່ກັບ ຫວຽດນາມ

ຜົນສຳເລັດຂອງໜຶ່ງເຫດການທົ່ວໂລກໄດ້ສ້າງຄວາມປະທັບໃຈຢ່າງດີງາມກ່ຽວກັບ ຫວຽດນາມ ເປັນເຈົ້າການ, ມີຄວາມຮັບຜິດຊອບ ແລະ ເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງໃນຈິດໃຈເພື່ອນມິດສາກົນ.
ທ່ານນາງ Ghada Fathi Waly, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານອົງການປ້ອງກັນ, ຕ້ານອາດຊະຍາກຳຂອງສະຫະປະຊາຊາດ (ພາບ: TTXVN)

ພາຍຫຼັງດຳເນີນໄປເປັນເວລາ 2 ວັນ, ພິທີເປີດການລົງນາມໃນສົນທິສັນຍາ ຮ່າໂນ້ຍ ໄດ້ອັດລົງໃນວັນທີ 26 ຕຸລາ, ຢູ່ ຮ່າໂນ້ຍ. ຜົນສຳເລັດຂອງໜຶ່ງເຫດການທົ່ວໂລກໄດ້ສ້າງຄວາມປະທັບໃຈຢ່າງດີງາມກ່ຽວກັບ ຫວຽດນາມ ເປັນເຈົ້າການ, ມີຄວາມຮັບຜິດຊອບ ແລະ ເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງໃນຈິດໃຈເພື່ອນມິດສາກົນ. ທ່ານນາງ Ghada Fathi Waly, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານອົງການປ້ອງກັນ, ຕ້ານອາດຊະຍາກຳຂອງສະຫະປະຊາຊາດ, ສະແດງຄວາມເຫັນວ່າ:

        “ຂ້າພະເຈົ້າຂໍຂອບໃຈ ແລະ ຕີລາຄາສູງລັດຖະບານ ຫວຽດນາມ ຍ້ອນບັນດາຄວາມມານະພະຍາຍາມໃນວິທີຮັບມືກັບອາດຊະຍາກຳທາງໄຊເບີທົ່ວໂລກ ແລະ ເປັນເຈົ້າພາບຈັດພິທີລົງນາມສົນທິສັນຍາ ຮ່າໂນ້ຍ. ບັນດາຄວາມມານະພະຍາຍາມ ແລະ ແຫຼ່ງກຳລັງທີ່ ຫວຽດນາມ ໄດ້ລົງທຶນເພື່ອຮັບປະກັນໃຫ້ກອງປະຊຸມບັນລຸຜົນສຳເລັດແມ່ນສິ່ງທີ່ໜ້າເຄົາລົບ. ຫ້ອງການສະຫະປະຊາຊາດກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳ ມີຄວາມເອກອ້າງທະນົງໃຈເມື່ອໄດ້ຮ່ວມມືກັບ ຫວຽດນາມ ໃນຄວາມມານະພະຍາຍາມທີ່ເຕັມໄປດ້ວຍຄວາມຄາດຫວັງນີ້”.

 ເລື່ອງ ຮ່າໂນ້ຍ ໄດ້ຮັບການຄັດເລືອກແມ່ນແຫ່ງຈັດເຫດການທີ່ມີຂອບຂະໜາດທົ່ວໂລກນີ້ ເປັນການຮັບຮູ້ຢ່າງຈະແຈ້ງກ່ຽວກັບທີ່ຕັ້ງ, ອິດທິພົນຊື່ສຽງ ແລະ ບົດບາດຂອງ ຫວຽດນາມ ບົນເວທີສາກົນ. ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຢືນຢັນວ່າ:

        “ພວກຂ້າພະເຈົ້າເຫັນວ່າ ຫວຽດນາມ ບໍ່ພຽງແຕ່ມີກຳລັງຄວາມສາມາດ, ສິດອຳນາດເພື່ອແກ້ໄຂບັນຫານີ້ ໂດຍແນໃສ່ປະກອບສ່ວນເຂົ້າໃນປະຕິກິລິຍາທົ່ວໂລກສຳລັບຄວາມປອດໄພທາງອິນເຕີເນັດເທົ່ານັ້ນ, ຫາກຍັງແມ່ນປະເທດທີ່ໄດ້ຮັບຄວາມເຄົາລົບ ແລະ ນັບມື້ນັບສວມບົດບາດຢ່າງທີ່ຫຼວງກວ່າໃນການພົວພັນສາກົນອີກດ້ວຍ”.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top