• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ-ຝລັ່ງ ເລິກເຊິ່ງຂຶ້ນຕື່ມ

ການນຳ 2 ທ່ານຕີລາຄາສູງການຮ່ວມມືຢ່າງມີປະສິດທິຜົນລະຫວ່າງ 2 ປະເທດໃນຂົງເຂດການເມືອງ, ການທູດ, ເສດຖະກິດ, ການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ທ່ານປະທານາທິບໍດີຝລັ່ງ Emmanuel Macron. (ພາບ: VTV)

ຕອນທ່ຽງວັນທີ 04 ພະຈິກ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມສ.ຝລັ່ງ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ພົບປະເຈລະຈາກັບທ່ານປະທານາທິບໍດີຝລັ່ງ Emmanuel Macron ແລະ ເຂົ້າຮ່ວມງານລ້ຽງຂອງທ່ານປະທານາທິບໍດີຝລັ່ງ ຢູ່ທຳນຽບປະທານາທິບໍດີ.

        ທີ່ການພົບປະເຈລະຈາ, ທ່ານປະທານາທິບໍດີ Macron ປາດຖະໜາຢາກເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດສາດລະຫວ່າງ ຫວຽດນາມ - ຝລັ່ງ ໃຫ້ເລິກເຊິ່ງກວ່າອີກ; ທ່ານແຈ້ງໃຫ້ຊາບວ່າ ຝລັ່ງ ຈະໜູນຊ່ວຍວັກຊິນກັນໂຄວິດ-19 ຜ່ານຊ່ອງທາງ 2 ຝ່າຍຈຳນວນ 400.000 ໂດສ ແລະ ຜ່ານກົນໄກ COVAX ຈຳນວນ 970.000 ໂດສ ໃຫ້ແກ່ ຫວຽດນາມ ຕື່ມອີກ.

        ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຂອບໃຈລັດຖະບານ ແລະ ປະຊາຊົນ ຝລັ່ງ ທີ່ໄດ້ໜູນຊ່ວຍວັກຊິນ ແລະ ເຄື່ອງອຸປະກອນການແພດ, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນວຽກງານປ້ອງກັນ ຕ້ານໂລກລະບາດຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ຝລັ່ງ ສືບຕໍ່ໜູນຊ່ວຍເຄື່ອງອຸປະກອນການແພດ, ຖ່າຍຖອດເຕັກໂນໂລຊີຜະລິດຢາປິ່ນປົວໂຄວິດ-19, ໜູນຊ່ວຍຍົກສູງກຳລັງຄວາມສາມາດດ້ານສາທາລະນະສຸກຂອງ ຫວຽດນາມ.

        ການນຳ 2 ທ່ານຕີລາຄາສູງການຮ່ວມມືຢ່າງມີປະສິດທິຜົນລະຫວ່າງ 2 ປະເທດໃນຂົງເຂດການເມືອງ, ການທູດ, ເສດຖະກິດ, ການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆ. ການນຳ 2 ທ່ານກໍ່ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ໃນຍຸດທະສາດມະຫາສະໜຸດອິນເດຍ - ປາຊີຟິກ, ທ່ານປະທານາທິບໍດີ Emmanuel Macron ຕີລາຄາສູງບົດບາດໃຈກາງຂອງອາຊຽນ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນ. ພ້ອມທັງເນັ້ນໜັກເຖິງການສະໜັບສະໜູນແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວີທີ ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ພິເສດແມ່ນໃນບັນຫາທະເລຕາເວັນອອກ.

        ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ທ່ານປະທານາທິບໍດີຝລັ່ງ Emmanuel Macron ໄດ້ເຫັນດີອອກຖະແຫຼງການຮ່ວມ ເນື່ອງໃນໂອກາດການຢ້ຽມຢາມປະເທດ ຝລັ່ງ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເພື່ອແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃຫ້ເລິກເຊິ່ງຂຶ້ນຕື່ມ.

        ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ມີການພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດ Richard Ferrand; ຕ້ອນຮັບທ່ານ Fabien Roussel, ເລຂາທົ່ວປະເທດພັກກອມມູນິດ ຝລັ່ງ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top