• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງວັນບຸນວິສາຂະບູຊາສາກົນ

ທຸກຄົນຄວນມີການກະທຳເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ, ຍົກສູງນ້ຳໃຈຮັກແພງ ແລະ ຄວາມເຂົ້າອົກເຂົ້າໃຈ, ປະກອບສ່ວນຊຸກຍູ້ການຮ່ວມມື ແລະ ພ້ອມກັນແບກຫາບໜ້າທີ່ຄວາມຮັບຜິດຊອບເພື່ອໂລກແຫ່ງສັນຕິພາບທີ່ຍືນຍົງ, ຜາສຸກ, ພັດທະນາ ແລະ ບໍ່ມີຄວາມລຳບາກກາກກຳ.

(ພາບປະກອບ: Vietnam+)

ພິທີສະເຫຼີມສະຫຼອງວັນບຸນວິສາຂະບູຊາສາກົນ ດ້ວຍການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ຂັ້ນສູງສະຫະປະຊາຊາດ, ຜູ້ຕາງໜ້າບັນດາປະເທດສະມາຊິກສະຫະປະຊາຊາດເປັນຈຳນວນຫຼາຍ, ພ້ອມກັບພະສົງສຳມະເນນ, ພຸດທະສາສະນິກກະຊົນສາກົນນັບຫຼາຍຮ້ອຍຄົນ ຖືກດຳເນີນໃນຕອນຄ່ຳວັນທີ 17 ພຶດສະພາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ນິວຢອກ, ປະເທດອາເມລິກາ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ຟ້າມຫາຍແອັງ, ອຸປະທູດຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ແບ່ງປັນຄວາມໝາຍຍືນຍົງຄົງຕົວຂອງບັນດາແນວຄິດ ແລະ ຫຼັກພະທຳຄຳສັ່ງສອນຂອງພຸດທະສາສະໜາກ່ຽວກັບສັນຕິພາບ, ຄວາມປອງດອງ, ໂອບອ້ອມອາລີ ແລະ ນ້ຳໃຈເຫັນແກ່ຄົນອື່ນ. ທ່ານເອກອັກຄະລັດຖະທູດຖືວ່າ, ທຸກຄົນຄວນມີການກະທຳເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ, ຍົກສູງນ້ຳໃຈຮັກແພງ ແລະ ຄວາມເຂົ້າອົກເຂົ້າໃຈ, ປະກອບສ່ວນຊຸກຍູ້ການຮ່ວມມື ແລະ ພ້ອມກັນແບກຫາບໜ້າທີ່ຄວາມຮັບຜິດຊອບເພື່ອໂລກແຫ່ງສັນຕິພາບທີ່ຍືນຍົງ, ຜາສຸກ, ພັດທະນາ ແລະ ບໍ່ມີຄວາມລຳບາກກາກກຳ.

        ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ກໍຢືນຢັນເຖິງນະໂຍບາຍຂອງຫວຽດນາມ ກ່ຽວກັບຄວາມສາມັກຄີ ແລະ ຄວາມຄົມກຽວລະຫວ່າງທຸກສາສະໜາ ເພື່ອພ້ອມກັນສູ້ຊົນໃຫ້ແກ່ເປົ້າໝາຍລວມແມ່ນສັນຕິພາບ, ຄວາມກ້າວໜ້າໃນສັງຄົມ ແລະ ການພັດທະນາແບບຍືນຍົງໃຫ້ທຸກໆຄົນ.

 (ແຫຼ່ງຄັດຈາກ VOV)

 ເສີມຂະຫຍາຍພູມປັນຍາ ແລະ ຄຸນນະທາດ ຫວຽດນາມ, ກ້າວຂຶ້ນຢ່າງແຮງໃນສັງກາດພັດທະນາໃໝ່

ເສີມຂະຫຍາຍພູມປັນຍາ ແລະ ຄຸນນະທາດ ຫວຽດນາມ, ກ້າວຂຶ້ນຢ່າງແຮງໃນສັງກາດພັດທະນາໃໝ່

ກ່ອນທີ່ຈະຮອດປີໃໝ່ 2026, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ.

Top