• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຢ້ຽມຢາມສຸສານປະທານ ໂຮ່ຈີມິນ

​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຫວຽດນາມ, ຕອນ​ເຊົ້າ​ວັນ​ທີ 11ກັນຍາ, ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ ​ແລະ ລັດ ລາວ ​ໄດ້​ມາ​ວາງ​ພວງມາລາ ​ແລະ ຢ້ຽມຢາມ​ສຸສານ ປະທານ​ໂຮ່ຈິ​ມິນ ​ແລະ ວາງ​ພວງມາລາ​ທີ່​ອະນຸສອນ​ສະຖານ​ວິລະ​ຊົນ ​ຜູ້ທ່ີເສຍສະຫຼະຊີວິດ ​ຢູ່​ຖະໜົນ ບັກ​ເຊີນ, ຮ່າ​ໂນ້ຍ.
ສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ໄປວາງພວງມາລາຢູ່ສຸສານ ປະທານໂຮ່ຈີມິນ. (ພາບ: ຟ້າມກຽນ-VNA)

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ, ຕອນເຊົ້າວັນທີ 11 ກັນຍາ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ໄດ້ໄປວາງພວງມາລາ, ເຂົ້າສຸສານ ອາໄລຫາປະທານໂຮ່ຈີມິນ. ພວງມາລາຂອງຄະນະມີແຖວໜັງສື: ປະທານໂຮ່ຈີມິນ ຍືນຍົງຄົງຕົວໃນພາລະກິດແຫ່ງການປະຕິວັດຂອງພວກເຮົາຕະຫຼອດໄປ.

ຫຼັງຈາກນັ້ນ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງພັກ, ລັດ ລາວໄດ້ໄປວາງພວງມາລາ​ທີ່​ອະນຸສອນ​ສະຖານ​ວິລະ​ຊົນ ​ຜູ້ທ່ີເສຍສະຫຼະຊີວິດເພື່ອຊາດ ​ຢູ່​ຖະໜົນ ບັກ​ເຊີນ, ຮ່າ​ໂນ້ຍ. ພວງມາລາຂອງຄະນະມີແຖວໜັງສືຂຽນວ່າ: ຈົດຈຳວິລະກຳຂອງບັນດານັກຮົບປະຕິວັດ ຫວຽດນາມ ໄປຊົ່ວກາລະນານ.

ປະຕິບັດໂດຍ: VNA/VNP

ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທະ​ເລ

ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທະ​ເລ

ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ສະ​ເໜີ​ສອງ​ຝ່າຍ​ຄົ້ນ​ຄ້​ວາ​ຄວາມ​ສາ​ມາດ​ຮ່ວມ​ມືຕໍ່​​ໃໝ່, ສ້ອມ​ແປ້ງ, ​ບູ​ລະ​ນະສາ​ກຳ​ປັ່ນ ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ, ເໝາະ​ສົມ​ກັບ​ຄວາມ​ຕ້ອງ​ການ ແລະ ເງື່ອນ​ໄຂ​ຂອງ ຫວຽດ​ນາມ

Top