• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).
ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ກ່າວປາໄສໃນກອງປະຊຸມໃຫຍ່. ພາບ: VNA

ສະຫາຍ ທອງລຸນ ສີສຸລິດ ສືບຕໍ່ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວາລະປີ 2026-2030; ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ XII ໄດ້ເລືອກຕັ້ງເອົາ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ເປັນຜູ້ປະຈຳການຄະນະເລຂາທິການສູນກາງພັກ; ສະຫາຍ ວັນໄຊ ພອງສະຫວັນ ເປັນປະທານຄະນະກວດກາສູນກາງພັກ. ຄະນະກວດກາສູນກາງພັກ ສະໄໝທີ XII ປະກອບມີຮອງປະທານທັງໝົດ 06 ສະຫາຍ.

ພ້ອມກັນນັ້ນ, ໃນກອງປະຊຸມຄັ້ງປະຖົມມະລຶກ, ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຍັງໄດ້ເລືອກຕັ້ງເອົາ ກົມການເມືອງສູນກາງພັກ ຈຳນວນ 13 ສະຫາຍ ແລະ ຄະນະເລຂາທິການສູນກາງພັກ ຈຳນວນ 11 ສະຫາຍ.

ກ່ອນໜ້ານັ້ນ, ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຈຳນວນ 73 ສະຫາຍ ແລະ ກໍາມະການສຳຮອງ 15 ສະຫາຍ.

VNA/VNP

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິທະຍາສາດເຕັກໂນໂລຊີ ຫວຽດນາມ - ສະຫະພັນ ລັດເຊຍ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິທະຍາສາດເຕັກໂນໂລຊີ ຫວຽດນາມ - ສະຫະພັນ ລັດເຊຍ

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສະຫະພັນລັດເຊຍ, ຕອນເຊົ້າວັນທີ (ຕາມເວລາທ້ອງຖິ່ນ), ທີ່ນະຄອນຫຼວງ ມົດສະກູ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ-ລັດເຊຍ ດ້ວຍຫົວຂໍ້ “ການເຊື່ອມຕໍ່ເຕັກໂນໂລຊີຍຸດທະສາດ”.

Top