ທ່ານ Antonio Guterres, ເລຂາທິການໃຫຍ່ສະຫະປະຊາຊາດ ເນັ້ນໜັກວ່າ ວິວັດການຟື້ນຟູ ແລະ ກໍ່ສ້າງເຂດ ກາຊາ ຄືນໃໝ່ ຕ້ອງແມ່ນຊາວ ປາແລັດສະຕິນ ນຳພາເອງ, ພ້ອມທັງກ່າວເຕືອນວ່າ ການປະທະກັນລະຫວ່າງ ອິດສະຣາແອັນ ແລະ ຮາມາດ ໄດ້ທຳລາຍລ້າງໝາກຜົນ 77 ປີແຫ່ງການພັດທະນາມະນຸດຢູ່ດິນແດນແຫ່ງນີ້.
ທີ່ກອງປະຊຸມພິເສດຂອງຄະນະກຳມະການສະຫະປະຊາຊາດກ່ຽວກັບການປະຕິບັດບັນດາສິດທິທີ່ບໍ່ສາມາດລະເມີດໄດ້ຂອງປະຊາຊົນ ປາແລັດສະຕິນ ຈັດຂຶ້ນໃນວັນທີ 23 ພະຈິກ, ກົງກັບວັນສາກົນສາມັກຄີກັບປະຊາຊົນ ປາແລັດສະຕິນ (29 ພະຈິກ), ທ່ານ Antonio Guterres, ເນັ້ນໜັກວ່າ ການສ້າງສາ ປາແລັດສະຕິນ ຄືນໃໝ່ບໍ່ພຽງແຕ່ຈຳກັດໃນການກໍ່ສ້າງເຮືອນຢູ່ ແລະ ພື້ນຖານໂຄງລ່າງຄືນໃໝ່ເທົ່ານັ້ນ, ຫາກຕ້ອງມີວິທີແກ້ໄຂດ້ານການເມືອງຢ່າງຮອບດ້ານອີກດ້ວຍ. ບັນດາເຂດດິນແດນ ປາແລັດສະຕິນ ທີ່ຖືກຍຶດຄອງຕ້ອງຮັກສາຄວາມເປັນເອກະພາບດ້ານການເມືອງ, ເສດຖະກິດ ແລະ ຜືນແຜ່ນດິນ, ພາຍໃຕ້ການບໍລິຫານຂອງລັດຖະບານ ປາແລັດສະຕິນ ໜຶ່ງດຽວ, ສອດຄ່ອງກັບກົດໝາຍ, ມີອະທິປະໄຕ ແລະ ປະຊາທິປະໄຕ.






