ຂ່າວສານ

ສະຫະປະຊາຊາດເນັ້ນໜັກເຖິງບົດບາດເປັນເຈົ້າຂອງຊາວ ປາແລັດສະຕິນ ໃນການຟື້ນຟູເຂດ ກາຊາ ຄືນໃໝ່

ທ່ານ Antonio Guterres, ເນັ້ນໜັກວ່າ ການສ້າງສາ ປາແລັດສະຕິນ ຄືນໃໝ່ບໍ່ພຽງແຕ່ຈຳກັດໃນການກໍ່ສ້າງເຮືອນຢູ່ ແລະ ພື້ນຖານໂຄງລ່າງຄືນໃໝ່ເທົ່ານັ້ນ
  ທ່ານ Antonio Guterres, ເລຂາທິການໃຫຍ່ສະຫະປະຊາຊາດ (ພາບ​ປະ​ກອບ: ຊິນຮົວ/VNA)  

ທ່ານ Antonio Guterres, ເລຂາທິການໃຫຍ່ສະຫະປະຊາຊາດ ເນັ້ນໜັກວ່າ ​ວິ​ວັດ​ການຟື້ນຟູ ແລະ ກໍ່ສ້າງເຂດ ກາ​ຊາ ຄືນໃໝ່ ຕ້ອງແມ່ນຊາວ ປາແລັດສະຕິນ ນຳ​ພາ​ເອງ, ພ້ອມ​ທັງ​ກ່າວເຕືອນວ່າ ການ​ປະ​ທະ​ກັນລະຫວ່າງ ອິດສະຣາແອັນ ແລະ ຮາມາດ ໄດ້ທຳລາຍລ້າງໝາກ​ຜົນ 77 ປີແຫ່ງ​​ການພັດທະນາມະນຸດ​ຢູ່ດິນແດນແຫ່ງນີ້.

ທີ່ກອງປະຊຸມພິເສດຂອງຄະນະກຳມະການສະຫະປະຊາຊາດກ່ຽວກັບ​ການ​ປະ​ຕິ​ບັດ​ບັນ​ດາ​ສິດທິທີ່ບໍ່ສາມາດລະ​ເມີດ​ໄດ້​ຂອງປະຊາຊົນ ປາແລັດສະຕິນ ຈັດ​ຂຶ້​ນໃນວັນທີ 23 ພະຈິກ, ກົງກັບວັນສາກົນສາມັກຄີກັບປະຊາຊົນ ປາແລັດສະຕິນ (29 ພະຈິກ), ທ່ານ Antonio Guterres, ເນັ້ນໜັກວ່າ ການສ້າງ​ສາ ປາ​ແລັດ​ສະ​ຕິນ ຄືນໃໝ່ບໍ່ພຽງ​ແຕ່​ຈຳ​ກັດ​ໃນ​ການກໍ່ສ້າງເຮືອນ​ຢູ່ ແລະ ພື້ນຖານ​ໂຄງ​ລ່າງ​ຄືນໃໝ່ເທົ່ານັ້ນ, ​ຫາກຕ້ອງ​ມີວິ​ທີ​ແກ້​ໄຂ​ດ້ານການເມືອງ​ຢ່າງ​ຮອບ​ດ້ານ​ອີກ​ດ້ວຍ. ບັນ​ດາ​ເຂດດິນແດນ ປາແລັດສະຕິນ ທີ່ຖືກຍຶດຄອງຕ້ອງຮັກສາຄວາມເປັນເອກະພາບດ້ານການ​ເມືອງ, ເສດຖະກິດ ແລະ ​ຜືນ​ແຜ່ນ​ດິນ, ພາຍໃຕ້ການບໍລິຫານຂອງລັດຖະບານ ປາແລັດສະຕິນ ໜຶ່ງດຽວ, ສອດ​ຄ່ອງກັບກົດໝາຍ, ມີອະທິປະໄຕ ແລະ ປະຊາທິປະໄຕ.


top