• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມາຄົມນັກຊ່ຽວຊານຊາວຫວຽດນາມໃນທົ່ວໂລກຮ່ວມແຮງຮ່ວມໃຈພ້ອມກັບປະເທດຊາດຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ

      ເຂົ້າໃຈກ່ຽວກັບວັກຊິນ ເພື່ອຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ” ແມ່ນຫົວຂໍ້ຂອງ ກອງປະຊຸມສຳມະນາທາງອອນລາຍ ທີ່ໄດ້ຈັດຂຶ້ນໃນວັນທີ 1 ສິງຫາ ໂດຍສະມາຄົມນັກຊ່ຽວຊານຊາວຫວຽດນາມ ທົ່ວໂລກ ຈັດຂຶ້ນດ້ວຍຄວາມປາດຖະໜາຢາກຮ່ວມແຮງຮ່ວມໃຈ ພ້ອມກັບປະເທດຊາດ ຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ.
ພາບປະກອບ: Reuters
      ປະຫວັດສາດໄດ້ພິສູດໃຫ້ເຫັນວ່າ, ມີຫຼາຍພະຍາດຕິດຕໍ ໄດ້ຮັບການຄວບຄຸມ ຫຼືລົບລ້າງ ຍ້ອນມີວັກຊິນ. ເຖິງຢ່າງໃດກໍຕາມ, ປັດຈຸບັນຍັງມີຫຼາຍຄົນ ເລັ່ງເລໃຈ ຫຼື ຊ້ຳບໍ່ໜຳແມ່ນ ປະຕິເສດ ວັກຊິນ ຍ້ອນມີຄວາມວິຕົກກັງວົນກ່ຽວກັບຄວາມປອດໄພຂອງ ວັກຊິນ, ຄວາມສ່ຽງຂອງບັນດາອາການ(ແພ້ຢາ)ຫຼັງການສັກຢາ. ຕາມທ່ານ ປ.ອ, ທ່ານໝໍ ຫງຽວນເຍິດລິງ ຂຶ້ນກັບໂຄງການຕ້ານພະຍາດ ວັນນະໂລກ ທົ່ວໂລກຂອງອົງການອະນາໄມໂລກ ແລ້ວ, ວັກຊິນທຸກຊະນິດທີ່ໄດ້ຮັບໃບອະນຸຍາດໃນປັດຈຸບັນລ້ວນແຕ່ໄດ້ຜ່ານຜ່າວິວັດການຕີລາຄາຢ່າງເຂັ້ມງວດ ເພື່ອພິສູດຄວາມປອດໄພ ແລະ ປະສິດທິຜົນຂອງມັນ. ທ່ານໃຫ້ຮູ້ວ່າ:
ເຖິງວ່າມີເຊື້ອໄວຣັດປຽນພັນຫຼາຍຊະນິດ, ແຕ່ວັກຊິນຍັງມີຄຸນປະໂຫຍດຕໍ່ກັບເຊື້ອໄວຣັດເກືອບທັງໝົດ, ໃນນັ້ນຍັງມີເຊື້ອໄວຣັດສາຍພັນ Delta. ເຖິງວ່າ ສາຍພັນ Delta ກໍ່ຜົນກະທົບຕໍ່ບັນດາຄຸນປະໂຫຍດຂອງວັກຊິນກໍ່ຕາມ, ແຕ່ປະສິດທິຜົນໃນການປ້ອງກັນຕ້ານ ອາການເຈັບໜັກ ແລະ ເສຍຊີວິດຍັງດີ ແລະ ຖືກຕ້ອງກັບວັກຊິນທຸກຊະນິດທີ່ໄດ້ຮັບການອະນຸຍາດໃນປັດຈຸບັນ. ວັກຊິນມີຄວາມສຳຄັນທີ່ສຸດ ເພື່ອປ້ອງກັນໃຫ້ແກ່ພວກເຮົາຈາກການຕິດເຊື້ອ ແລະ ເສຍຊີວິດ, ມັນມີບົດບາດສຳຄັນໃນການປ້ອງກັນຄອບຄົວ, ວົງຄະນະຍາດ. ເພາະສະນັ້ນ, ເລື່ອງສັກວັກຊິນບໍ່ພຽງແຕ່ປ້ອງກັນພວກເຮົາເທົ່ານັ້ນ ຫາກຍັງປ້ອງກັນທົ່ວປະຊາຄົມອີກດ້ວຍ.
        ຫວຽດນາມ ໄດ້ປະສົບຜົນສຳເລັດໃນການ ແຜ່ລະບາດ3 ຮອບທຳອິດ, ພິເສດແມ່ນອີງໃສ່ຍຸດທະສາດຄົ້ນຫາຜູ້ຕິດເຊື້ອ ແລະ ແຍກຕົວ. ເຖິງວ່າ ການແຜ່ລະບາດຮອບທີ 4 ນີ້ໄດ້ຮັບການຕີລາຄາແມ່ນຮ້າຍແຮງກ່ວາໝູ່, ແຕ່ຕາມທ່ານຮອງສາດສະດາຈານ, ປ.ອ, ທ່ານໝໍ ໂດວັນຢຸງ, ຫົວໜ້າພະແນກສາທາລະນະສຸດສາທາລະນະ  ມະຫາວິທະຍາໄລ ແພດສາດ ນະຄອນໂຮ່ຈີມິນແລ້ວ, ຍຸດທະສາດ ໃສ່ຜ້າອັດປາກດັງ, ລ້າງມືຂ້າເຊື້ອ, ຮັກສາໄລຍະຫ່າງ, ບໍ່ເຕົ້າໂຮມກັນຫຼາຍຄົນ, ແຈ້ງອາການສຸຂະພາບ ພ້ອມກັບເຕັກໂນໂລຢີ ແລະ ວັກຊິນ ຍັງເສີມຂະຫຍາຍໄດ້ປະສິດທິຜົນເປັນຢ່າງດີ.
        ຕາມບັນດາຕົວເລກສະຖິຕິຢ່າງເປັນທາງການໂດຍໂຄງການ Our World in Data ຢູ່ມະຫາວິທະຍາໄລ Oxfort ແລ້ວ, ມາຮອດປັດຈຸບັນຍອດປະລິມານວັກຊິນກັນໂຄວິດ - 19 ທີ່ໄດ້ສັກໃນທົ່ວໂລກແມ່ນກ່ວາ 4 ຕື້ ໂດສ, ໃນນັ້ນມີ 28% ຈຳນວນປະຊາກອນໄດ້ຮັບການສັກວັກຊິນຢ່າງໜ້ອຍສຸດ 1 ໂດສ. ໃນສະພາບການແຫຼ່ງສະໜອງວັກຊິນຍັງມີຂໍ້ຈຳກັດ, ບັນດານັກຊ່ຽວຊານໂລກໄດ້ສະເໜີແນະປະຊາຊົນບໍ່ຄວນ ເລັ່ງເລໃຈ ຫຼືລໍຖ້າວັກຊິນ, ຈົ່ງສັກຢ່າງທັນທີເມື່ອສາມາດສັກໄດ້.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top