• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນການເຄື່ອນໄຫວຂອງສະຫະພັນລັດຖະສະພາສາກົນ

ສ່ວນທ່ານປະທານ IPU Duarte Pacheco ຖືວ່າ: IPU ແລະ ສະພາແຫ່ງຊາດ ຫວຽດນາມ ພ້ອມກັນແບ່ງປັນບັນດາຄຸ້ນຄ່າລວມກ່ຽວກັບໂລກທີ່ດີງາມກ່ວາ.
  ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ທີ່ການພົບປະກັບທ່ານປະທານ IPU Duarte Pacheco (ພາບ:Nguyễn Trường/TTXVN)  

ວັນທີ 12 ມີນາ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 146 ທີ່ຈັດຢູ່ນະຄອນຫຼວງ Manama, ປະເທດ ບາເຣນ, ທ່ານ ເຈິ່ນແທັງເໝີນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະກັບທ່ານປະທານ IPU Duarte Pacheco  ແລະ ຕ້ອນຮັບທ່ານນາງຮອງປະທານສະພາແຫ່ງຊາດ ລາວ ສູນທອນ ໄຊຍະຈັກ.

ທີ່ການພົບປະກັບທ່ານປະທານ IPU Duarte Pacheco, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນ ຢັ້ງຢືນວ່າ: ນັບແຕ່ເວລາກາຍເປັນສະມາຊິກຂອງສະຫະພັນລັດຖະສະພາສາກົນ IPU ໃນປີ 1979, ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນບັນດາການເຄື່ອນໄຫວຂອງສະຫະພັນລັດຖະສະພາສາກົນ. ທ່ານ ເຈິ່ງແທັງເໝີນ ເນັ້ນໜັກເລື່ອງ ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກໃນເດືອນ ກັນຍາ ປີນີ້, ອີກເທື່ອໜຶ່ງຢັ້ງຢືນໄດ້ຄຳໝັ້ນສັນຍານີ້, ພ້ອມທັງກໍ່ຢັ້ງຢືນຄວາມເອົາໃຈໃສ່ຂອງ ຫວຽດນາມ ສຳລັບບົດບາດຂອງຊາວໜຸ່ມກ່ຽວກັບບັນດາບັນຫາທົ່ວໂລກຂອງລຸ້ນໜຸ່ມໃນປະຈຸບັນ.

ສ່ວນທ່ານປະທານ IPU Duarte Pacheco ຖືວ່າ: IPU ແລະ ສະພາແຫ່ງຊາດ ຫວຽດນາມ ພ້ອມກັນແບ່ງປັນບັນດາຄຸ້ນຄ່າລວມກ່ຽວກັບໂລກທີ່ດີງາມກ່ວາ. ທ່ານ Duarte Pacheco ເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ, ປະກອບແນວຄວາມຄິດທີ່ມີຄຸນຄ່າ ກໍ່ຄືກຽມພ້ອມຮັກສາບັນດາໜ້າທີ່ທີ່ສຳຄັນໃນ IPU ໃນໄລຍະຈະມາເຖິງ.

  ການເຮັດວຽກກັບຄະນະຜູ້ແທນສະພາແຫ່ງຊາດ ສປປ ລາວ (ພາບ:Nguyễn Trường/TTXVN)  

ທີ່ການຕ້ອນຮັບຄູ່ຕຳແໜ່ງ ລາວ ທ່ານນາງ ສູນທອນ ໄຊຍະຈັກ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ສະຫງວນບຸລິມະສິດສູງສຸດໃຫ້ແກ່ການປັບປຸງ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານກັບ ລາວ; ຍາມໃດກໍ່ຮຽງບ່າຮຽງໄຫຼ່ ແລະ ສະໜັບສະໜູນພາລະກິດປົກປັກຮັກສາ, ສ້າງສາ, ປ່ຽນແປງໃໝ່ ແລະ ພັດທະນາຂອງປະເທດລາວຢ່າງແຮງ.

ສ່ວນທ່ານນາງ ສູນທອນ ໄຊຍະຈັກ ປາດຖະໜາຢາກຮ່ວມມືແໜ້ນແຟ້ນກັບ ຫວຽດນາມ ແລະ ກຳປູເຈຍ ເພື່ອຈັດກອງປະຊຸມປະທານສະພາແຫ່ງຊາດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1 ໃນເດືອນ ທັນວາ ປີນີ້ໃຫ້ປະສົບຜົນສຳເລັດ. ທ່ານນາງຮອງປະທານສະພາແຫ່ງຊາດລາວ ຫວັງວ່າ: ສະພາແຫ່ງຊາດ ຫວຽດນາມ ຈະສືບຕໍ່ໜູນຊ່ວຍເພື່ອໃຫ້ສະພາແຫ່ງຊາດ ລາວ ປະຕິບັດໜ້າທີ່ເປັນປະທານໝູນວຽນສະມັດຊາລັດຖະສະພາລະຫວ່າງຊາດ ອາຊຽນ (AIPA) ໃນປີ 2024 ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top