• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດຮັບຮອງເອົາມະຕິກ່ຽວກັບໂຄງການຕິດຕາມກວດກາຂອງສະພາແຫ່ງຊາດປີ 2020

      ຕອນເຊົ້າວັນທີ 10 ມິຖຸນາ, ດ້ວຍຈຳນວນບັດເຫັນດີເຫັນພ້ອມຢ່າງສູງ, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິກ່ຽວກັບໂຄງການຕິດຕາມກວດກາຂອງສະພາແຫ່ງຊາດປີ 2020.
      ຕາມນັ້ນແລ້ວ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 9 ແລະ ທີ 10, ປີ 2020, ສະພາແຫ່ງຊາດຈະພິຈາລະນາບັນດາບົດລາຍງານຂອງລັດຖະບານກ່ຽວກັບການຕີລາຄາເພີ່ມເຕີມໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມ ແລະ ງົບປະມານແຫ່ງລັດ; ສະພາບການປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມ ແລະ ງົບປະມານແຫ່ງລັດ; ບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບໝາກຜົນການຕິດຕາມກວດກາເລື່ອງແກ້ໄຂຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງ; ດຳເນີນການຊັກຖາມ ແລະ ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ. ພິເສດທີ່ກອງປະຊຸມເທື່ອທີ 9, ສະພາແຫ່ງຊາດ ຈະພິຈາລະນາບົດລາຍງານຕິດຕາມກວດກາຕາມຫົວເລື່ອງສະເພາະ “ການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການປ້ອງກັນ, ຕ້ານການທຳຮ້າຍເດັກ”. ທ່ານຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫງວຽນແຫ້ງຟຸກ, ໃຫ້ຮູ້ວ່າ.
        “ການເລືອກເຟັ້ນເນື້ອໃນຫົວເລື່ອງສະເພາະ ຕາມຂໍ້ສະເໜີຂອງຄະນະປະຈຳສະພາແຫ່ງຊາດ ແມ່ນເພື່ອແນໃສ່ຮັບປະກັນລັກສະນະລົງເລິກ, ມີປະສິດທິຜົນຂອງຫົວເລື່ອງສະເພາະ ແລະ ເໝາະສົມກັບໄລຍະເວລາ, ແຫຼ່ງກຳລັງຂອງສະພາແຫ່ງຊາດ. ພ້ອມກັນນັ້ນ, ກົດໝາຍວ່າດ້ວຍເດັກນ້ອຍ ຈຶ່ງປະກາດໃຊ້ທີ່ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຊຸດທີ 13 ແລະ ໄດ້ເລີ່ມມີຜົນສັກສິດນັບແຕ່ເດືອນ ມິຖຸນາ 2017, ສະນັ້ນ, ບັນດານະໂຍບາຍກ່ຽວຂ້ອງເຖິງການປົກປ້ອງເດັກພວມສືບຕໍ່ໄດ້ຮັບການຜັນຂະຫຍາຍປະຕິບັດ”.
ແລະກໍ່ທີ່ວາລະປະຊຸມໃນຕອນເຊົ້າ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍລັດຖະບານ ແລະ ກົດໝາຍວ່າດ້ວຍອຳນາດການປົກຄອງທ້ອງຖິ່ນ. ສະມາຊິກສະພາແຫ່ງຊາດສ່ວນຫຼາຍໄດ້ເຫັນດີກ່ຽວກັບການປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍດັ່ງກ່າວ ເພື່ອຫັນມະຕິຂອງພັກ ແລະ ຂອງສະພາແຫ່ງຊາດເປັນລະບອບລະບຽບການ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top