• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບການໂລກລະບາດ Covid – 19 ໃນທົ່ວໂລກ

      ຕາມຕົວເລກສະຖິຕິຂອງເວັບໄຊ worldometers.info ເຊິ່ງໄດ້ອັບເດດໃນເວລາ 6 ໂມງເຊົ້າວັນທີ 13 ເມສາ (ຕາມເວລາ ຫວຽດນາມ), ມີຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ໃນທົ່ວໂລກເພີ່ມຂຶ້ນເຖິງ 1.849.473  ຄົນ, ໃນນັ້ນມີຜູ້ເສຍຊີວິດ 114.053 ຄົນ. ພາຍໃນເວລາ 24 ຊົ່ວໂມງທີ່ຜ່ານມາ, ໄດ້ມີຈຳນວນຜູ້ເສຍຊີວິດຕື່ມອີກ 5.274 ຄົນ ແລະ ຜູ້ຕິດເຊື້ອພະຍາດ Covid – 19 ຕື່ມອີກ 69.631 ຄົນ
            ມາຮອດປັດຈຸບັນ, ໂລກລະບາດ Covid – 19 ໄດ້ແຜ່ລາມເຖິງ 209 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ. ບັນດາປະເທດກໍ່ຢັ້ງຢືນວ່າ ມີຜູ້ຕິດເຊື້ອພະຍາດ Covid – 19 ຈຳນວນ 422.558 ຄົນ ໄດ້ຮັບການປິ່ນປົວຫາຍດີໃຫ້ເປັນປົກກະຕິ. ອາເມລິກາ ແລະ ອັງກິດ ແມ່ນ 2 ປະເທດທີ່ມີຈຳນວນຜູ້ຕິເຊື້ອພະຍາດ Covid – 19 ແລະ ຈຳນວນຜູ້ເສຍຊີວິດກໍລະນີໃໝ່ຕື່ມອີກຫຼາຍທີ່ສຸດໃນໂລກພາຍໃນເວລາ 24ຊົ່ວໂມງທີ່ຜ່ານມາ. ທີ່ອາເມລິກາ, ປະເທດນີ້ໄດ້ຢັ້ງຢືນວ່າ ໃນວັນທີ 12 ເມສາ, ມີຜູ້ເສຍຊີວິດຕື່ມອີກ 1.414 ຄົນ, ຍົກຍອດຈຳນວນຜູ້ເສຍຊີວິດຂຶ້ນເຖິງ 21.991 ຄົນ.
            ຈຳນວນຜູ້ເສຍຊີວິດຍ້ອນເຊື້ອໄວຣັດ SARS – CoV – 2 ຢູ່ເອີລົບໄດ້ເພີ່ມຂຶ້ນກ່ວາ 75.000 ຄົນ. ລັດຖະບານອັງກິດໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໄດ້ອອກໂຮງໝໍແລ້ວ ພາຍຫຼັງປິ່ນປົວພະຍາດ Covid -19ເປັນໄລຍະໜຶ່ງ, ແຕ່ວ່າທ່ານ Johnson ຍັງບໍ່ທັນສາມາດໄປເຮັດວຽກໄດ້ເທື່ອ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top