• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຖານທູດຫວຽດນາມປະຈຳອັງກິດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຝ່າຍອັງກິດເພື່ອສືບສວນເຫດ 39 ຄົນເສຍຊີວິດໃນຕູຄອນເທັນເນີ

      ຕຳຫຼວດເຂດ Essex ໃຫ້ຮູ້ວ່າ, ຍັງດຳເນີນການກວດສັນສູດຊາກສົບໃນເຫດການ, ຕ້ອງໃຊ້ເວລາປະມານ 1 ອາທິດເພື່ອຢັ້ງຢືນໄດ້ເຖິງຂໍ້ມູນຂອງຜູ້ເສຍຊີວິດ.

39 ຄົນເສຍຊີວິດໃນລົດຂົນສົ່ງຢູ່ເຂດອຸດສາຫະກຳ Waterglade ຂຶ້ນກັບເຂດ Essex
(ພາບປະກອບ: AFP/TTXVN)
      ປະຈຸບັນ, ສະຖານທູດຫວຽດນາມ ປະຈຳອັງກິດ ພວມສົມທົບກັບຕຳຫຼວດ ແລະ ອົງການອຳນາດການປົກຄອງທ້ອງຖິ່ນເຂດ Essex, ແຈ້ງຂໍ້ມູນຂອງບັນດາຄອບຄົວຊາວຫວຽດນາມ ທ່ີມີຍາດຕິພີ່ນ້ອງຫາຍສາບສູນໃນໄລຍະເກີດເຫດ 39 ຄົນເສຍຊີວິດໃນລົດຂົນສົ່ງຢູ່ເຂດອຸດສາຫະກຳ Waterglade ຂຶ້ນກັບເຂດ Essex, ທາງທິດຕາເວັນອອກສ່ຽງເໜືອລອນດອນ. ສະຖານທູດຫວຽດນາມ ປະຈຳອັງກິດ ພ້ອມແລ້ວທີ່ຈະປະຕິບັດບັນດາມາດຕະການປົກປ້ອງພົນລະເມືອງ ໃນກໍລະນີມີພົນລະເມືອງເຊິ່ງແມ່ນຊາວຫວຽດນາມ.
        ໃນຂະນະນັ້ນ, ຕຳຫຼວດເຂດ Essex ໃຫ້ຮູ້ວ່າ, ຍັງດຳເນີນການກວດສັນລະສູດຊາກສົບໃນເຫດການ, ຕ້ອງໃຊ້ເວລາປະມານ 1 ອາທິດເພື່ອຢັ້ງຢືນໄດ້ເຖິງຂໍ້ມູນຂອງຜູ້ເສຍຊີວິດ.
        ມີຂໍ້ມູນຂ່າວອື່ນໆອີກເຊິ່ງໜັງສືພິມສະບັບຕ່າງໆຂອງອັງກິດ ລົງພິມນັ້ນແມ່ນ, ຕຳຫຼວດອັງກິດ ສົງໄສວ່າ ລົດຄອນແທັນເນີ ທີ່ພົບເຫັນດັ່ງກ່າວແມ່ນໜຶ່ງໃນຈຳນວນລົດຂົນສົ່ງຄອນເທັນເນີ 3 ຄັນທີ່ນຳຊາວອົບພະຍົບເຂົ້າເມືອງອັງກິດ ຢ່າງຜິດກົດໝາຍເທົ່ານັ້ນ. ຍ້ອນລັກສະນະຮ້າຍແຮງ ແລະ ສັບສົນຂອງເຫດການ, ສະນັ້ນ, ການສືບສວມພວມດຳເນີນຢູ່ລະດັບເອີລົບ, ໂດຍສູນສືບສວນ ຕ້ານອາດຊະຍາກຳກ່ຽວຂ້ອງເຖິງການເຂົ້າເມືອງຢູ່ ບຣຸກແຊນ, ສັງກັດຕຳຫຼວດເອີລົບ (Europol) ເປັນຜູ້ປະສານງານ.
 (ແຫຼ່ງຄັດຈາກ VOV)

ນຳ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ ມາ​ເລ​ເຊຍ​ບັນ​ລຸ​ລະ​ດັບ 20 ຕື້ USD ໂດຍ​ໄວ

ນຳ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ ມາ​ເລ​ເຊຍ​ບັນ​ລຸ​ລະ​ດັບ 20 ຕື້ USD ໂດຍ​ໄວ

ສອງ​ຝ່າຍ​ເປີດ​​ຕະຫຼາດ​ສິນ​ຄ້າ​ຂອງ​ກັນກວ່າ​ອີກ, ເປັນ​ຕົ້ນ​ແມ່ນ​ ກະ​ສິ​ກຳ, ສິນ​ໃນ​ນ້ຳ, ອຸດ​ສາ​ຫະ​ກຳ​ສະ​ບຽງ​ອາ​ຫານ, ຜະ​ລິດ​ຕະ​ພັນເຄື່ອງ​ອາ​ໄຫຼ່​ເອ​ເລັກ​ໂຕ​ນິກ, ວັດ​ຖຸ​ກໍ່​ສ້າງ… ເພື່ອ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍໃຫ້​ບັນ​ລຸ​ລະ​ດັບ 20 ຕື້ USD ຕາມ​ທິດ​ດູ່ນ​ດ່ຽງກວ່າ​ອີກ.

Top