• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຖານທູດຫວຽດນາມປະຈຳລາວ ຢ້ຽມຢາມ, ອວຍພອນພະນັກງານ, ນັກຮົບແມ່ທັບ 11 ພວມກໍ່ສ້າງຫໍສະພາແຫ່ງຊາດລາວ

ມາຮອດປະຈຸບັນກິດຈະກຳໄດ້ກໍ່ສ້າງສຳເລັດໂດຍພື້ນຖານໄດ້ 95% ແລ້ວ. ຫົວໜ່ວຍພວມຮີບເຮັ່ງດຳເນີນການກໍ່ສ້າງຂັ້ນຕອນສຸດທ້າຍ ແລະ ກໍ່ສ້າງບັນດາກິດຈະກຳສຳຮອງ, ສູ້ຊົມນຳກິດຈະກຳນີ້ເຂົ້າເຄື່ອນໄຫວໂດຍໄວ.
(ພະນັກງານສະຖານທູດມາອວຍພອນບຸນເຕັດ ພະນັກງານ, ນັກຮົບ, ກຳມະກອນແມ່ທັບ 11)

ຕອນບ່າຍວັນທີ 08 ກຸມພາ, ອຸປະທູດສະຖານທູດຫວຽດນາມ ປະຈຳລາວ ທ່ານນາງ ຈິ້ງທິເຕີມ ແລະ ຫ້ອງການທູດການທະຫານຫວຽດນາມ ປະຈຳລາວ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດ ພະນັກງານ, ນັກຮົບ, ກຳມະກອນແມ່ທັບ 11 ພວມກໍ່ສ້າງຫໍສະພາແຫ່ງຊາດລາວ ຫຼັງໃໝ່ - ເຊິ່ງແມ່ນຂອງຂວັນຂອງພັກ, ລັດ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ສະຫງວນໃຫ້ພັກ, ລັດ ແລະ ປະຊາຊົນລາວ. ທ່ານພັນເອກ ຫງວຽນຈ໊ຽນ, ຮອງຜູ້ບັນຊາການໃຫຍ່ແມ່ທັບ 11, ໃຫ້ຮູ້ວ່າ: ມາຮອດປະຈຸບັນກິດຈະກຳໄດ້ກໍ່ສ້າງສຳເລັດໂດຍພື້ນຖານໄດ້ 95% ແລ້ວ. ຫົວໜ່ວຍພວມຮີບເຮັ່ງດຳເນີນການກໍ່ສ້າງຂັ້ນຕອນສຸດທ້າຍ ແລະ ກໍ່ສ້າງບັນດາກິດຈະກຳສຳຮອງ, ສູ້ຊົມນຳກິດຈະກຳນີ້ເຂົ້າເຄື່ອນໄຫວໂດຍໄວ, ຮັບໃຊ້ກອງປະຊຸມຄັ້ງປະຖົມມະເລິກສະພາແຫ່ງຊາດລາວ ຊຸດທີ 9 ໃນທ້າຍເດືອນ ມີນາ 2021. ທ່ານນາງ ຈິ້ງທິເຕີມ ໄດ້ຢື້ຢາມຖາມຂ່າວ, ມອບຂອງຂວັນ, ອວຍພອນບຸນເຕັດ ແລະ ລະດົມກຳລັງໃຈກົມກອມສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ, ຍູ້ໄວຄວາມຄືບໜ້າກໍ່ສ້າງບັນດາກິດຈະກຳທີ່ຍັງເຫຼືອໃຫ້ສຳເລັດ, ຮັບປະກັນໃຫ້ກິດຈະກຳດັ່ງກ່າວໄດ້ນຳເຂົ້າໃຊ້ການຖືກຕ້ອງຕາມເວລາກຳນົດທີ່ໄດ້ວາງອອກ ຕາມຄວາມຮຽກຮ້ອງຂອງການນຳ 2 ປະເທດ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top