• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະກັດກັ້ນໂລກລະບາດແຊກຊຶມ, ບໍ່ລືມ ຄົ້ນພົບພະຍາດຢູ່ພາຍໃນ

      ທີ່ການປະຊຸມຈັດຂຶ້ນໃນຕອນເຊົ້າວັນທີ 20 ມີນາທີ່ຮ່າໂນ້ຍ, ຄະນະຊີ້ນຳການປ້ອງກັນ ຕ້ານໂລກລະບາດ Covid-19 ແຫ່ງຊາດ ຢືນຢັນວ່າ: ການສະກັດກັ້ນພະຍາດຈາກພາຍນອກ ພວມໄດ້ປະຕິບັດຢ່າງເຖິງຖອງ ແຕ່ຕ້ອງລະມັດລະວັງ, ບໍ່ປະໝາດ, ຕ້ອງຜັນຂະຫຍາຍບັນດາມາດຕະການຮັບມືກັບຄວາມສ່ຽງຕິດເຊື້ອພະຍາດຈາກພາຍໃນວົງຄະນະຍາດ.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ (ພາບ: VGP)
      ຄະນະຊີ້ນຳການປ້ອງກັນ ຕ້ານໂລກລະບາດ Covid-19 ແຫ່ງຊາດ ຢືນຢັນວ່າ: ບັນດາກຳລັງມີໜ້າທີ່ຮັບຜິດຊອບ ໄດ້ຄວບຄຸມຄວາມສ່ຽງອາດຈະເກີດໂລກລະບາດຈາກພາຍນອກໂດຍພື້ນຖານແລ້ວ ດ້ວຍບັນດາມາດຕະການຄົບຊຸດຄື: ຢຸດຕິການອອກວີຊາໂດຍຊົ່ວຄາວ, ຈັດການແຈ້ງອາການສຸຂະພາບ ແລະ ການວິໄຈໃຫ້ແກ່ຜູ້ກັບມາຈາກເຂດທີ່ເກີດ ໂລກລະບາດ. ທ່ານ ຫງວຽນແທັງລອງ ຮອງລັດຖະມົນຕີ ຜູ້ປະຈຳການກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ:
   ຍຸດທະສາດການປ້ອງກັນ ຕ້ານໂລກລະບາດຂອງຫວຽດນາມ ແມ່ນສະກັດກັ້ນ, ພວກເຮົາໄດ້ສະກັດກັ້ນຢ່າງເຖິງຖອງແລ້ວ. ສຳລັບພົນລະເມືອງທຸກຄົນ ນັບທັງຊາວຕ່າງປະເທດທີ່ເຂົ້າມາຫວຽດນາມ ກໍ່ລ້ວນແຕ່ໄດ້ປະຕິບັດການແຍກຕົວ. ຫວ່າງແລ້ວນີ້, ຢູ່ແຂດແຍກຕົວ, ກໍ່ກວດພົບ 9 ກໍລະນີຕິດເຊື້ອພະຍາດ ຊື່ງແມ່ນພົນລະເມືອງມາຈາກເອີລົບ ແລະ ບາງປະເທດອາຊຽນ.
   ກ່າວຄຳເຫັນສະຫລຸບການປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຮຽກຮ້ອງໃຫ້ກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຈົ່ງປະຕິບັດຢ່າງເຂັ້ມງວດ ບັນດາຂໍ້ກຳນົດໃນເຂດແຍກຕົວ. ຄຽງຄູ່ກັນນັ້ນກໍ່ກະກຽມບັນດາເຄື່ອງອຸປະກອນການແພດຕື່ມອີກ ເພື່ອກຽມພ້ອມໃຫ້ແກ່ບັນດາກໍລະນີທີ່ອາດຈະເກີດຂຶ້ນ, ຍູ້ແຮງການແຈ້ງອາການສຸຂະພາບທົ່ວປວງຊົນ ແລະ ເອົາໃຈໃສ່ເບິ່ງແຍງສຸຂະພາບຜູ້ສູງອາຍຸ, ຜູ້ເປັນ ພະຍາດ, ຮ່າງກາຍອ່ອນເພຍ.
 (ແຫຼ່ງຄັດຈາກ VOV)

ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ, ການ​ຫັນ​ເປັນ​ດີ​ຈີ​ຕອນ​ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູ​ນຫຼັກ​ໃຫ້​ແກ່​ເປົ້າ​ໝາຍ​ເຕີບ​ໂຕ​ສອງ​ຕົວ​ເລກ

ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ, ການ​ຫັນ​ເປັນ​ດີ​ຈີ​ຕອນ​ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູ​ນຫຼັກ​ໃຫ້​ແກ່​ເປົ້າ​ໝາຍ​ເຕີບ​ໂຕ​ສອງ​ຕົວ​ເລກ

ໃນ 6 ເດືອນ​ຕົ້ນ​ປີ, GDP (ຍອດ​ຜະ​ລິ​ດ​ຕະ​ພັນ​ພາຍ​ໃນ​ປະ​ເທດ) ທົ່ວ​ປະ​ເທດ​ບັນ​ລຸ​ລະ​ດັບເຕີບ​ໂຕ 8,18%. ເພື່ອ​ປະ​ຕິ​ບັດ​ສຳ​ເລັດເປົ້າ​ໝາຍ​ທັງ​ປີ, 6 ເດືອນ​ທ້າຍ​ປີ​ຕ້ອງ​​ສູ້​ຊົນ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ປະ​ມານ 11,9%.

Top