ຂ່າວສານ

ສະກັດກັ້ນໂລກລະບາດແຊກຊຶມ, ບໍ່ລືມ ຄົ້ນພົບພະຍາດຢູ່ພາຍໃນ

      ທີ່ການປະຊຸມຈັດຂຶ້ນໃນຕອນເຊົ້າວັນທີ 20 ມີນາທີ່ຮ່າໂນ້ຍ, ຄະນະຊີ້ນຳການປ້ອງກັນ ຕ້ານໂລກລະບາດ Covid-19 ແຫ່ງຊາດ ຢືນຢັນວ່າ: ການສະກັດກັ້ນພະຍາດຈາກພາຍນອກ ພວມໄດ້ປະຕິບັດຢ່າງເຖິງຖອງ ແຕ່ຕ້ອງລະມັດລະວັງ, ບໍ່ປະໝາດ, ຕ້ອງຜັນຂະຫຍາຍບັນດາມາດຕະການຮັບມືກັບຄວາມສ່ຽງຕິດເຊື້ອພະຍາດຈາກພາຍໃນວົງຄະນະຍາດ.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ (ພາບ: VGP)
      ຄະນະຊີ້ນຳການປ້ອງກັນ ຕ້ານໂລກລະບາດ Covid-19 ແຫ່ງຊາດ ຢືນຢັນວ່າ: ບັນດາກຳລັງມີໜ້າທີ່ຮັບຜິດຊອບ ໄດ້ຄວບຄຸມຄວາມສ່ຽງອາດຈະເກີດໂລກລະບາດຈາກພາຍນອກໂດຍພື້ນຖານແລ້ວ ດ້ວຍບັນດາມາດຕະການຄົບຊຸດຄື: ຢຸດຕິການອອກວີຊາໂດຍຊົ່ວຄາວ, ຈັດການແຈ້ງອາການສຸຂະພາບ ແລະ ການວິໄຈໃຫ້ແກ່ຜູ້ກັບມາຈາກເຂດທີ່ເກີດ ໂລກລະບາດ. ທ່ານ ຫງວຽນແທັງລອງ ຮອງລັດຖະມົນຕີ ຜູ້ປະຈຳການກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ:
   ຍຸດທະສາດການປ້ອງກັນ ຕ້ານໂລກລະບາດຂອງຫວຽດນາມ ແມ່ນສະກັດກັ້ນພວກເຮົາໄດ້ສະກັດກັ້ນຢ່າງເຖິງຖອງແລ້ວສຳລັບພົນລະເມືອງທຸກຄົນ ນັບທັງຊາວຕ່າງປະເທດທີ່ເຂົ້າມາຫວຽດນາມ ກໍ່ລ້ວນແຕ່ໄດ້ປະຕິບັດການແຍກຕົວຫວ່າງແລ້ວນີ້ຢູ່ແຂດແຍກຕົວກໍ່ກວດພົບ 9 ກໍລະນີຕິດເຊື້ອພະຍາດ ຊື່ງແມ່ນພົນລະເມືອງມາຈາກເອີລົບ ແລະ ບາງປະເທດອາຊຽນ.
   ກ່າວຄຳເຫັນສະຫລຸບການປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຮຽກຮ້ອງໃຫ້ກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຈົ່ງປະຕິບັດຢ່າງເຂັ້ມງວດ ບັນດາຂໍ້ກຳນົດໃນເຂດແຍກຕົວ. ຄຽງຄູ່ກັນນັ້ນກໍ່ກະກຽມບັນດາເຄື່ອງອຸປະກອນການແພດຕື່ມອີກ ເພື່ອກຽມພ້ອມໃຫ້ແກ່ບັນດາກໍລະນີທີ່ອາດຈະເກີດຂຶ້ນ, ຍູ້ແຮງການແຈ້ງອາການສຸຂະພາບທົ່ວປວງຊົນ ແລະ ເອົາໃຈໃສ່ເບິ່ງແຍງສຸຂະພາບຜູ້ສູງອາຍຸ, ຜູ້ເປັນ ພະຍາດ, ຮ່າງກາຍອ່ອນເພຍ.
 (ແຫຼ່ງຄັດຈາກ VOV)


top