• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສປຊ ລະດົມດ້ານການເງິນໜູນຊ່ວຍ ຟິລິບປິນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍຸ ຣາຍ

      ພະຍຸຣາຍ ໄດ້ກໍ່ຄວາມເສຍຫາຍຢ່າງຮ້າຍແຮງຢູ່ຟິລິບປິນ ໄດ້ເຮັດໃຫ້ປຊຊ 3 ລ້ານຄົນ, ໃນນັ້ນມີເດັກນ້ອຍ 1 ລ້ານຄົນຕ້ອງການຄວາມຊ່ວຍເຫຼືອ.
 (ພາບ: AFP/TTXVN)
      ວັນທີ 23 ທັນວາ, ທ່ານ Martin Griffiths ຮອງເລຂາທິການໃຫ່ຍ ສປຊ ຮັບຜິດຊອບກ່ຽວກັບບັນຫາມະນຸດສະທຳ ໄດ້ແຈ້ງໃຫ້ຊາບວ່າ ໄດ້ຮັກເງິນຈາກກອງທຶນຮັບມືສຸກເສີນຂອງ ສປຊ ຈຳນວນ 12 ລ້ານ USD ເພື່ອໜູນຊ່ວຍ ຟິລິບປິນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍຸ ຣາຍ.
  ຈຳນວນເງິນດັ່ງກ່າວນີ້ ຈະໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກພະຍຸດັ່ງກ່າວ ຈຳນວນ 220.000 ຄົນ,  ຜ່ານການໜູນຊ່ວຍສະບຽງອາຫານ, ຄວາມໝັ້ນຄົງ, ນ້ຳສະອາດ, ອະນາໄມສິ່ງແວດລ້ອມ, ຄຸ້ມຄອງເຂດຄ້າຍ, ບ່ອນຢູ່ອາໄສ, ວຽກງານພາລະທິການ ແລະ ໂທລະຄົມມະນາຄົມ.
       ໃນວັນດຽວກັນ, ກ່າວຄຳເຫັນທີ່ການປະຊຸມຂ່າວທາງໄກ, ທ່ານ Gustavo Gonzalez ຜູ້ປະສານງານມະນຸດສະທຳຂອງ ສປຊ ປະຈຳ ຟິລິບປິນ ໃຫ້ຮູ້ວ່າ: ວັນທີ 24 ທັນວາ, ສປຊ ຈະເລີມດຳເນີນບັ້ນບໍລິຈາກເງິນ ຈຳນວນ 6.5 ລ້ານ USD ເພື່ອ ໜູນຊ່ວຍ ຜູ້ປະສົບເຄາະຮ້າຍຈາກພະຍຸ ຣາຍ ຢູ່ຟິລິບປິນ.
  ຕາມທ່ານ Gonzalez, ພະຍຸຣາຍ ໄດ້ກໍ່ຄວາມເສຍຫາຍຢ່າງຮ້າຍແຮງຢູ່ຟິລິບປິນ ໄດ້ເຮັດໃຫ້ປຊຊ 3 ລ້ານຄົນ, ໃນນັ້ນມີເດັກນ້ອຍ 1 ລ້ານຄົນຕ້ອງການຄວາມຊ່ວຍເຫຼືອ./.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top