• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວາ​ລະ​ປະ​ຊຸມ​ຄັ້ງ​ທີ 22 ຂອງ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ

ຫ້ອງວ່າການສະພາແຫ່ງຊາດ ໃຫ້ຮູ້ວ່າ ວາລະປະຊຸມຄັ້ງທີ 22 ຂອງ ຄະນະປະຈຳສະພາແຫ່ງຊາດ ໄດ້ດຳເນີນໃນລະຫວ່າງວັນທີ 10 – 14 ເມສາຢູ່ ຫໍສະພາແຫ່ງຊາດ.
  ພາບປະກອບ: TTXVN  

ທີ່ວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບ: ຮ່າງໂຄງການສ້າງກົດໝາຍ, ລັດຖະບັນຍັດ ປີ 2024, ປັບປຸງໂຄງການສ້າງກົດໝາຍ, ລັດຖະບັນຍັດ ປີ 2023, ແຜນການແບ່ງວຽກງານອົງການທີ່ເປັນເຈົ້າພາບໃນການຮຽບຮຽງ ແລະ ເປັນເຈົ້າການໃນການສຳຫຼວດກວດກາຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ.

ພ້ອມທັງ, ປະກອບຄຳເຫັນກ່ຽວກັບໂຄງການຕິດຕາມກວດກາຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດປີ 2024, ພິຈາລະນາບບົດລາຍງານປະຕິບັດວຽກງານຫາຄວາມເປັນທຳຂອງປະຊາຊົນ ຂອງສະພາແຫ່ງຊາດໃນເດືອນ ມີນາ ປີ 2023, ພິຈາລະນາບົດລາຍງານໝາກຜົນການຕິດຕາມກວດກາຫົວເລື່ອງສະເພາະຂອງຄະນະຕິດຕາມກວດກາສະພາແຫ່ງຊາດ ກ່ຽວກັບການ ລະດົມ, ຄວບຄຸມແລະ ນຳໃຊ້ບັນດາແຫຼ່ງກຳລັງເພື່ອຮັບໃຊ້ໃຫ້ແກ່ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ  19, ການປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການແພດຂັ້ນຮາກຖານ, ການແພດປ້ອງກັນ”, ພິຈາລະນາບົດລາຍງານສະຫຼຸບໝາກຜົນຂອງການຕິດຕາມກວດກາເອກະສານນິຕິກຳຂຶ້ນກັບຂົງເຂດຮັບຜິດຊອບຂອງສະພາຊົນເຜົ່າ, ກຳມາທິການຂອງສະພາແຫ່ງຊາດ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top